• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຝາກ​ຂອງ​ຂວັນ​ໄປ​ຍັງ​ເມືອງ​ເກາະ​ເຈື່ອງ​ຊາ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີໃໝ່

 ວັນທີ 10 ມັງກອນ, ມີກ່ຳປັ່ນຂອງກຳລັງກວດກາການປະມົງ  4 ລຳ ໄດ້ຂົນສົ່ງສິນຄ້າທີ່ເປັນຜະລິດຕະພັນຈຳເປັນໄປໃຫ້ທະຫານ ແລະ ປະຊາຊົນຢູ່ເມືອງເກາະ ເຈື່ອງຊາ, ແຂວງ ແຄ໊ງຮວ່າ ຕ້ອນຮັບບຸນປີໃໝ່ ປີສະລຸ 2021.
ກອງພົນນ້ອຍ 146 ຂົນສົ່ງຂອງຂວັນໄປຍັງເມືອງເກາະເຈື່ອງຊາ ເນື່ອງໃນໂອກາດບຸນປີໃໝ່  (ພາບ:TTXVN)

ທ່ານ ພັນໂທ ເລືອງຊວັນຢາບ, ກຳມະການການເມືອງ, ກອງພົນນ້ອຍ 146, ເຂດ 4 ກອງທັບເຮືອ ໃຫ້ຮູ້ວ່າ ໃນອາທິດຜ່ານມາ, ທາງກົມກອງ ໄດ້ຮັບຂອງຂວັນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2021 ຈາກທະຫານ, ປະຊາຊົນໃນທົ່ວປະເທດ ທີ່ໄດ້ຝາກມາໃຫ້ໝູ່ເກາະ ເຈື່ອງຊາ. ນີ້ແມ່ນອາລົມຈິດຄວາມຮັກແພງທີ່ພິເສດຂອງປະຊາຊົນ, ດັ່ງນັ້ນ ເຖິງວ່າເງື່ອນໄຂດິນຟ້າອາກາດຈະຫຍຸ້ງຍາກແນວໃດກໍຕາມ, ກອງພົນນ້ອຍ 146 ກໍຈະຕັດສິນໃຈປະຕິບັດສຳເລັດໜ້າທີ່, ຂົນສົ່ງສິນຄ້າ, ຜະລິດຕະພັນທີ່ຈຳເປັນໃນຊີວິດປະຈຳວັນໄປຍັງເກາະແຫ່ງຕ່າງໆ ເພື່ອໃຫ້ທະຫານ ແລະ ປະຊາຊົນຢູ່ທີ່ນັ້ນ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດຄືກັບຢູ່ໃນເຂດດິນຕໍ່ແຜ່ນ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top