• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຝລັ່ງ ຊົມເຊີຍ ຫວຽດນາມ ເປັນເຈົ້າພາບຈັດພິທີເປີດລົງນາມສົນທິສັນຍາ ຮ່າໂນ້ຍ

ແຈ້ງການຕີລາຄາວ່າ ສົນທິສັນຍາໄດ້ສະໜອງໃຫ້ ຝລັ່ງ, ສະຫະພາບ ເອີລົບ (ອີຢູ) ແລະ ບັນດາປະເທດລົງນາມ ມີຂອບເຂດການກະທຳລວມ ເພື່ອຮັບມືກັບບັນດາການກະທຳລະເມີດຂ້າມຊາຍແດນ, ຮຽກຮ້ອງການສົມທົບກັນປະກິຕິລິຍາ.
ກອງປະຊຸມຖະແຫຼງຂ່າວສາກົນພາຍຫຼັງສິ້ນສຸດພິທີເປີດການລົງນາມ (ພາບປະກອບ: TTXVN)

ວັນທີ 28 ຕຸລາ, ຄະນະຜູ້ຕາງໜ້າ ຝລັ່ງ ປະຈຳສະຫະປະຊາຊາດ ໄດ້ອອກແຈ້ງການຊົມເຊີຍເລື່ອງ ຫວຽດນາມ ເປັນເຈົ້າພາບຈັດພິທີເປີດການລົງນາມສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງເຄືອນຂ່າຍອິນເຕີເນັດ (ສົນທິສັນຍາ ຮ່າໂນ້ຍ), ຈັດຂຶ້ນໃນວັນທີ 25 ຕຸລາ ຜ່ານມາ.

        ແຈ້ງການຕີລາຄາວ່າ ສົນທິສັນຍາໄດ້ສະໜອງໃຫ້ ຝລັ່ງ, ສະຫະພາບ ເອີລົບ (ອີຢູ) ແລະ ບັນດາປະເທດລົງນາມ ມີຂອບເຂດການກະທຳລວມ ເພື່ອຮັບມືກັບບັນດາການກະທຳລະເມີດຂ້າມຊາຍແດນ, ຮຽກຮ້ອງການສົມທົບກັນປະກິຕິລິຍາ. ຄະນະຜູ້ຕາງໜ້າຂອງ ຝລັ່ງ ຖືວ່າ ສົນທິສັນຍາອະນຸຍາດໃຫ້ອຳນາດການປົກຄອງບັນດາປະເທດ ສົມທົບກັນຢ່າງແໜ້ນແຟ້ນກວ່າໃນການແລກປ່ຽນຂໍ້ມູນຂ່າວສານ, ດຳເນີນການສືບສວນລວມ, ກໍຄື ສ້າງເງື່ອນໄຂໃຫ້ແກ່ການຈັບຕົວ, ສົ່ງຜູ້ຮ້າຍຂ້າມແດນ ແລະ ກ່າວຟ້ອງສານສຳລັບອາດຊະຍາກຳທາງອິນເຕີເນັດຢູ່ບໍ່ວ່າແຫ່ງໃດ. ຄະນະຜູ້ຕາງໜ້າ ຝລັ່ງ ເນັ້ນໜັກວ່າ ເລື່ອງຜັນຂະຫຍາຍສົນທິສັນຍາ ຮ່າໂນ້ຍ ໂດຍໄວ, ດ້ວຍການເຂົ້າຮ່ວມຂອງສັງຄົມພົນລະເຮືອນ ແລະ ເອກະຊົນ, ໄດ້ຮັບຖືແມ່ນແມ່ນປັດໃຈແກ່ນສານເພື່ອຮັບມືກັບບັນດາສິ່ງທ້າທາຍໂດຍອາດຊະຍາກຳທາງອິນເຕີເນັດວາງອອກຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ອັງກິດ ພ້ອມກັນກຳນົດຮູບແບບບັນດາມາດຕະຖານການຮ່ວມມືໃນສະຕະວັດທີ 21

ຫວຽດນາມ - ອັງກິດ ພ້ອມກັນກຳນົດຮູບແບບບັນດາມາດຕະຖານການຮ່ວມມືໃນສະຕະວັດທີ 21

ຫວຽດນາມ ຖື ອັງກິດ ແມ່ນຄູ່ຮ່ວມມືຍຸດທະສາດຍາວນານ ເພື່ອພ້ອມກັນກຳນົດຮູບແບບບັນດາມາດຕະຖານການຮ່ວມມືໃນສະຕະວັດທີ 21.

Top