• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜົນກະທົບຢ່າງຕັ້ງຫນ້າຈາກ EVFTA ຕໍ່ການສົ່ງອອກສິນໃນນ້ຳຂອງຫວຽດນາມ

      ວັນທີ 1 ສິງຫາຜ່ານມາແມ່ນຄົບຮອບ 1 ປີ ສັນຍາການຄ້າເສລີລະຫວ່າງຫວຽດນາມແລະອີຢູ (EVFTA) ມີຜົນສັກສິດຢ່າງເປັນທາງການ. ໃນຫນຶ່ງປີຜ່ານມາຫລາຍຂະແຫນງສິນຄ້າ, ຂົງເຂດຂອງພື້ນຖານເສດຖະກິດໄດ້ໝູນໃຊ້ສັນຍາເປັນຢ່າງດີ, ໃນນັ້ນມີການສົ່ງອອກສິນໃນນ້ຳ.
ການສົ່ງອອກສິນໃນນ້ຳໄປຍັງ ອີຢູ ເພີ່ມຂຶ້ນ ຍ້ອນມີທ່າໄດ້ປຽບຈາກສັນຍາ EVFTA.(ພາບປະກອບ:VASEP)
      ຕາມສະຫະສະມາຄົມປຸງແຕ່ງແລະສົ່ງອອກສິນໃນນ້ຳຫວຽດນາມ (VASEP) ແລ້ວ,ໃນ 6 ເດືອນຕົ້ນປີ 2021, ການສົ່ງອອກສິນໃນນ້ຳໄປຍັງຕະຫລາດອີຢູບັນລຸກວ່າ 486 ລ້ານUSD, ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນການສົ່ງອອກບັນດາຜະລິດຕະພັນສິນໃນນ້ຳເພີ່ມຂຶ້ນ 24% ບັນລຸໄດ້ 154 ລ້ານUSD, ສິນໃນນ້ຳປູກລ້ຽງເອງແມ່ນເພີ່ມຂຶ້ນ 18% ບັນລຸ 333 ລ້ານUSD. ຍ້ອນເຫດນັ້ນອີຢູປະຈຸບັນກາຍເປັນຕະຫລາດສົ່ງອອກສິນໃນນ້ຳໃຫຍ່ອັນດັບ 4 ຂອງຫວຽດນາມ, ຖັດຈາກອາເມລິກາ, ຍີ່ປຸ່ນ, ຈີນ, ກວມເອົາອັດຕາສ່ວນປະລິມານ 11%. ທ່ານ ເລືອງຮ່ວາງທາຍ, ຫົວຫນ້າກົມການຄ້າຫລາຍຝ່າຍ, ກະຊວງອຸດສາຫະກຳການຄ້າໄດ້ໃຫ້ຂໍ້ສັງເກດວ່າ: ສິນໃນນ້ຳແມ່ນຫນຶ່ງໃນບັນດາປະເພດສິນຄ້າຂຸດຄົ້ນບັນດາກາລະໂອກາດຈາກສັນຍາ EVFTA ດີທີ່ສຸດ.
ສິນໃນນ້ຳແມ່ນຂະແຫນງມີມູນຄ່າເພີ່ມສູງທີ່ສຸດແລະແມ່ນຂະແຫນງຊ່ວຍໃຫ້ພວກເຮົາຫັນປ່ຽນອົງປະກອບການສົ່ງອອກ. ໃນ 6 ເດືອນຂອງປີທຳອິດທີ່ປະຕິບັດສັນຍາEVFTA, ຂະແຫນງສິນໃນນ້ຳໄດ້ຍາດແຍ່ງກາລະໂອກາດບັນລຸໄດ້ກວ່າ 70% ເມື່ອທຽບໃສ່ຍອດວົງເງິນສົ່ງອອກຂອງຫວຽດນາມໄປຍັງຕະຫລາດອີຢູ”
         ກໍ່ມີຂໍ້ສັງເກດເຊັ່ນດຽວກັນ, ທ່ານຫງວຽນຮ່ວາຍນາມຮອງເລຂາທິການໃຫຍ່ VASEP ເນັ້ນຫນັກວ່າ: ໃນສະພາບການ “ບັດເຫລືອງ” IUU ຂອງເອີລົບຍັງບໍ່ທັນຍົກເລີກເທື່ອແລະຖືກຜົນກະທົບບໍ່ແມ່ນຫນ້ອຍຈາກໂລກລະບາດໂຄວິດ -19, ການສົ່ງອອກສິນໃນນ້ຳໄປຍັງຕະຫລາດເອີລົບຍັງຄົງເພີ່ມຂຶ້ນຢ່າງແຮງໃນໄລຍະຜ່ານມາຍ້ອນໄດ້ໝູນໃຊ້ສັນຍາ EVFTA ເປັນຢ່າງດີ. ເວົ້າອີກຢ່າງໜຶ່ງ, EVFTA ໄດ້ສົ່ງຜົນກະທົບຢ່າງຕັ້ງຫນ້າເຖິງຂົງເຂດນີ້. ທ່ານຫງວຽນຮ່ວາຍນາມຖືວ່າ:
 “ເປັນທີ່ຈະແຈ້ງແລ້ວວ່າຜົນກະທົບຂອງສັນຍາ EVFTA ແມ່ນໃຫຍ່ຫລວງທີ່ສຸດເພາະວ່າບັນດາໝວດສິນຄ້າຫລັກແຫລ່ງຂອງຫວຽດນາມສ່ວນຫລາຍໄດ້ຊົມໃຊ້ອັດຕາພາສີ 0% ນັບແຕ່ເມື່ອສັນຍາມີຜົນສັກສິດ. ສິ່ງນີ້ໄດ້ຊ່ວຍພວກເຮົາໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ 19 ແລະ “ບັດເຫລືອງ”ຂອງເອີລົບ”.
      ອະທິບາຍລະອຽດກວ່າກ່ຽວກັບຜົນກະທົບຢ່າງຕັ້ງຫນ້າຂອງ EVFTA ຕໍ່ຂົງເຂດສົ່ງອອກສິນໃນນ້ຳ, ທ່ານຫງວຽນຮ່ວາຍນາມ ຮອງເລຂາທິການໃຫຍ່ VASEP ຢືນຢັນວ່າ: ສັນຍານີ້ ໄດ້ຊ່ວຍເພີ່ມທ່າໄດ້ປຽບການແກ້ງແຍ່ງຂອງຂະແຫນງສົ່ງອອກສິນໃນນ້ຳ ຫວຽດນາມຫລາຍພໍສົມຄວນຕໍ່ກັບບັນດາປະເທດຄູ່ແຂ່ງ. ແຕ່ວ່າເພື່ອມີທ່າໄດ້ປຽບນັ້ນຫວຽດນາມໄດ້ມີວິວັດການມານະພະຍາຍາມຢ່າງຍາວນານແລະການກະກຽມເພື່ອເຊື່ອມໂຍງ.
 ດ້ວຍພື້ນຖານທີ່ດີຊື່ງປະຊາຄົມວິສາຫະກິດສົ່ງອອກສິນໃນນ້ຳຫວຽດນາມໄດ້ສ້າງຂຶ້ນແລະມີເງື່ອນໄຂສະດວກຍ້ອນມີສັນຍາ EVFTA, ກາລະໂອກາດໃຫ້ແກ່ການສົ່ງອອກສິນໃນນ້ຳຂອງ ຫວຽດນາມໄປຍັງຕະຫລາດອີຢູຍັງມີຄວາມສາມາດບົ່ມຊ້ອນໃຫຍ່ຫລວງ. ສິ່ງນີ້ທັງຊ່ວຍເພີ່ມມູນຄ່າດ້ານເສດຖະກິດໂດຍກົງທັງມີຄຸນປະໂຫຍດຢັ້ງຢືນອິດທິພົນຊື່ສຽງທີ່ຕັ້ງຂອງປະເພດສິນຄ້າສິນໃນນ້ຳຂອງຫວຽດນາມເພື່ອໃຫ້ປະເພດສິນຄ້ານີ້ ນັບມື້ນັບສົ່ງອອກໄປໄກ ແລະ ເປີດກວ້າງເຖິງຫລາຍປະເທດໃນໂລກໃນອະນາຄົດ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top