ຂ່າວສານ
ຜູ້ອຳນວຍການໂຄງການ Better Work: ຫວຽດນາມແມ່ນແບບຢ່າງທີ່ດີກ່ຽວກັບການຮັບປະກັນສິດຜົນປະໂຫຍດຂອງຜູ້ອອກແຮງງານ
ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ໄດ້ຕີລາຄາສູງ ການໜູນຊ່ວຍຢ່າງມີປະສິດທິຜົນຂອງໂຄງການ Better Work ເຊິ່ງປະກອບສ່ວນສ້າງບັນດາແບບຢ່າງທີ່ດີກ່ຽວກັບການປະຕິບັດຕາມມາດຕະຖານແຮງງານສາກົນ ແລະ ປະຕິບັດກົດໝາຍ. ໃນໄລຍະຈະມາເຖິງ, ທ່ານຮອງລັດຖະມົນຕີປາດຖະໜາຢາກ ໃຫ້ໂຄງການ Better Work ໜູນຊ່ວຍປັບປຸງຄວາມຮັບຮູ້ຂອງຜູ້ອອກແຮງງານ ກ່ຽວກັບບັນດາມາດຕະຖານລວມ, ມຸ່ງໄປເຖິງການຮັບປະກັນບັນດາມາດຕະຖານຂອງ ສາກົນກ່ຽວກັບຜູ້ອອກແຮງງານ. ນອກຈາກນັ້ນ, ໂຄງການຈະໜູນຊ່ວຍຫວຽດນາມ ໃນບັນດາຂົງເຂດອື່ນໆຄື:ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດເພື່ອມີການປ່ຽນແປງ ແລະ ພັດທະນາຢ່າງຕັ້ງໜ້າກ່ວາອີກ. ທ່ານນາງ Roopa Nair ຜູ້ອຳນວຍການໂຄງການ Better Work ທົ່ວໂລກຖືວ່າ ຫວຽດນາມ ຍາມໃດກໍ່ແມ່ນຮູບແບບທີ່ດີພໍ ສຳລັບບັນດາປະເທດອື່ນໆອາດສາມາດຮ່ຳຮຽນ, ແບ່ງປັນຄວາມຮູ້ກ່ຽວກັບການຮັບປະກັນສິດຜົນປະໂຫຍດຂອງຜູ້ອອກແຮງງານ, ເພີ່ມທະວີຜົນປະໂຫຍດຂອງຜູ້ນຳໃຊ້ແຮງງານ.