• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ລາວກວ່າ 4,76 ລ້ານ​ຄົນ ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ ສະ​ພາ​ແຫ່ງ​ຊາດ

ບັນດາຜູ້ມີສິດເລືອກຕັ້ງໄດ້ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະໄໝ X 175 ທ່ານໃນຈຳນວນຜູ້ສະໝັກຮັບເລືອກຕັ້ງ 243 ທ່ານ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ 745 ທ່ານ ໃນຈຳນວນ ຜູ້ອອກສະໝັກເລືອກຕັ້ງ 1041 ທ່ານ.
  ຜູ້ມີສິດເລືອກຕັ້ງລາວກວ່າ 4,76 ລ້ານຄົນ ເຂົ້າຮ່ວມການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ (ພາບ: VOV)  
ວັນທີ 22 ກຸມພາ, ມີຜູ້ມີສິດເລືອກຕັ້ງກວ່າ 4,76 ລ້ານຄົນໃນທົ່ວປະເທດ ໄປບ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດສະໄໝ X ແລະ ສະມາຊິກສະພາປະຊາຊົນແຂວງ ສະໄໝ V. ບັນດາຜູ້ມີສິດເລືອກຕັ້ງໄດ້ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະໄໝ X 175 ທ່ານ ໃນຈຳນວນຜູ້ສະໝັກຮັບເລືອກຕັ້ງ 243 ທ່ານ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ 745 ທ່ານ ໃນຈຳນວນ ຜູ້ອອກສະໝັກເລືອກຕັ້ງ 1041 ທ່ານ. ເມື່ອທຽບໃສ່ກັບສະໄໝທີ IX, ຈຳນວນສະມາຊິກສະພາແຫ່ງຊາດສະໄໝນີ້ຫຼາຍກວ່າ 11 ທ່ານ. ພ້ອມກັບບັນດາຜົນສຳເລັດໃນຫຼາຍຂົງເຂດການເມືອງ - ເສດຖະກິດ - ສັງຄົມ - ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເຊິ່ງລາວບັນລຸໄດ້ໃນ 5 ປີຜ່ານມາ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ປີນີ້ໄດ້ຮັບຄວາມຄາດຫວັງຈະບູລະນະກົງຈັກການນຳປະເທດ, ປະກອບສ່ວນສ້າງລາວສືບຕໍ່ພັດທະນາໃນໄລຍະໃໝ່.

(ແຫຼ່ງຄັດຈາກ VOV)

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ສອງ​ຝ່າຍ​ຕ້ອງ​ຫັນ​ການ​ພົວ​ພັນ​ຈາກ​ການ​ຮ່ວມ​ມື​ແບບ​ເກົ​າ​ບົນ​ພື້ນ​ຖານມອບ​ຮັບ - ຖ່າຍ​ທອດ ໄປ​ຍັງ​ການ​ຮ່ວມ​ມື​ພ້ອມ​ກັນ​ສ້າງ​ສັນ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ລະ​ບູບ​ມູນ​ຄ່າ ແລະ ລະ​ບົບ​ສະ​ໜອງ”.

Top