ຂ່າວສານ
ຜູ້ມີສິດເລືອກຕັ້ງກວ່າ 93% ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ
ຕາມຂໍ້ມູນຈາກສະພາເລືອກຕັ້ງແຫ່ງຊາດ, ໄລ່ຮອດເວລາ 16 ໂມງຂອງວັນທີ 15 ມີນາ, ຍອດຈຳນວນຜູ້ມີສິດເລືອກຕັ້ງທັງໝົດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ແມ່ນກວ່າ 71,3 ລ້ານຄົນ (ບັນລຸລະດັບ 93%). ໃນນັ້ນມີ 5/34 ແຂວງ, ນະຄອນມີອັດຕາຜູ້ມີສິດເລືອກຕັ້ງບັນລຸເກືອບ 100%, ລວມມີ: ຕວຽນກວາງ, ລາວກາຍ, ລ້າງເຊີນ, ດຽນບຽນ, ລາຍເຈົາ.
ກໍ່ໄລ່ຮອດເວລາ 16 ໂມງຂອງວັນທີ 15 ມີນາ, ມີ ກວ່າ 5.200 ຂ່າວ, ບົດໄດ້ເອົາລົງບັນດາໜັງສືພິມ, ວາລະສານ, ຖານຂໍ້ມູນ, ສື່ເອເລັກໂຕນິກພາຍໃນປະເທດ ກ່ຽວກັບການເລືອກຕັ້ງ. ມີຫຼາຍອົງການສື່ມວນຊົນສາກົນກໍ່ມີຄວາມເອົາໃຈໃສ່ລົງຂ່າວກ່ຽວກັບວັນເລືອຕກັ້ງຂອງ ຫວຽດນາມຄື: Reuters (ອັງກິດ), Bloomberg (ອາເມລິກາ), AP News (ອາເມລິກາ), ABC News (ອົດສະຕາລີ)…
ຕາມຂໍ້ກຳນົດແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ສິ້ນສຸດລົງໃນຕອນເວລາ 19 ໂມງຂອງວັນທີ 15 ມີນາ ຍົກເວັ້ນກໍລະນີແກ່ຍາວເວລາຕາມຂໍ້ກຳນົດແຕ່ບໍ່ເກີນ 21 ໂມງ.








