ຂ່າວສານ
ຜູ້ຕາງໜ້າກະຊວງສາທາລະນະສຸກບັນດາປະເທດ G20 ຈັດກອງປະຊຸມທາງອອນລາຍກ່ຽວກັບໂລກລະບາດ Covid – 19

ທ່ານເຈືອງກ໊ວກເກື່ອງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງອອນລາຍບັນດາລັດຖະມົນຕີສາທາລະນະສຸກ G20 (ພາບ: ກະຊວງສາທາລະນະສຸກ ຫວຽດນາມ)
ເຂົ້າຮ່ວມກອງປະຊຸມມີທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ພ້ອມກັບ ລັດຖະມົນຕີກະຊວງສາທາລະນະສຸກບັນດາປະເທດ G20, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ ລວມມີ ອົງການອານະໄມໂລກ, ທະນາຄານໂລກ, ກອງທຶນທົ່ວໂລກ…
ບັນດາລັດຖະມົນຕີກະຊວງສາທາລະນະສຸກ G 20 ໄດ້ແບ່ງປັນບົດຮຽນປະສົບການຂອງແຕ່ລະປະເທດ ແລະ ຍົກອອກບັນດາການກະທຳທີ່ຈຳເປັນສຳລັບ G20 ເພື່ອຮ່ວມແຮງຮ່ວມໃຈຕ້ານ ໂລກລະບາດ. ຜູ້ຕາງໜ້າຂອງ ທັງ 5 ທະວີບໄດ້ສະແດງຄວາມຕັດສິນໃຈຕ້ອງປະສານສົມທົບກັນກະທຳ, ພິເສດແມ່ນຍູ້ໄວການຄົ້ນຄ້ວາຢາວັກຊິນ, ແບ່ງປັນບັນດາມາດຕະການປະຕິບັດຢ່າງມີປະສິດທິຜົນເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດ.
(ແຫຼ່ງຄັດຈາກ VOV)