• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ເປັນໄຂ້ຍ້ອນສົງໄສຕິດເຊື້ອພະຍາດໂຄວິດ-19 ຢູ່ສປປ.ເກົາຫຼີ ລື່ນກາຍຕົວເລກ 4 ລ້ານຄົນ

ໄລ່ຮອດຕອນເຊົ້າວັນທີ 05 ມິຖຸນາ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກກວ່າ 535,2 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,3 ລ້ານຄົນ.
  ສປປ.ເກົາຫຼີ ມີຜູ້ຖືກສົງໄສຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 73.780 ຄົນ (ພາບ: Kyodo/TTXVN)  

 ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວ່າ, ຮອດຕອນເຊົ້າວັນທີ 05 ມິຖຸນາ, ປະເທດນີ້ມີຜູ້ຖືກສົງໄສຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 73.780 ຄົນ ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ຍົກຈຳນວນຜູ້ເປັນໄຂ້ຢູ່ປະເທດນີ້ໃນການແຜ່ລະບາດນັບແຕ່ກາງເດືອບ ພຶດສະພາ ມາຮອດປະຈຸບັນແມ່ນລື່ນກາຍຕົວເລກ 4 ລ້ານຄົນ ໃນຈຳນວນພົນລະເມືອງທັງໝົດ 25 ລ້ານຄົນ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 05 ມິຖຸນາ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກກວ່າ 535,2 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6,3 ລ້ານຄົນ.

ຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 04 ມິຖຸນາ ຫາເວລາ 16 ໂມງຂອງວັນທີ 05 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 685 ຄົນ. ນີ້ແມ່ນຕົວເລກຕ່ຳສຸດໃນຮອບເວລາ 24 ຊົ່ວໂມງໃນເວລາເກືອບ 1 ປີຜ່ານມາ. ນັບແຕ່ເມື່ອເກີດໂລກລະບາດໂຄວິດ-19 ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 10.725.239 ຄົນ.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top