• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ອອກແຮງງານຫຼາຍກວ່າ 32 ລ້ານຄົນ ໄດ້ຮັບຜົນສະທ້ອນຫຍໍ້ທໍ້ ຈາກໂລກລະບາດໂຄວິດ - 19

      ປີ 2020, ຫວຽດນາມມີຜູ້ອອກແຮງງານຫຼາຍກວ່າ 32 ລ້ານຄົນ ໄດ້ຮັບຜົນສະທ້ອນຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19. ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ຕະຫຼາດແຮງງານຕົກເຂົ້າສູ່ສະພາບຊຸດໂຊມຢ່າງແຮງ ດ້ວຍກຳລັງແຮງງານຫຼຸດລົງຫຼາຍ, ລາຍຮັບຂອງຜູ້ອອກແຮງງານກໍຫຼຸດລົງ.

ກອງປະຊຸມຖະແຫຼງຂ່າວ ກ່ຽວກັບສະພາບແຮງງານ - ວຽກເຮັດງານທຳ ໄຕມາດ 4 ແລະ ປີ 2020 (ພາບ: baotintuc.vn)
      ນີ້ແມ່ນຂໍ້ມູນໂດຍຜູ້ຕາງໜ້າກົມໃຫຍ່ສະຖິຕິໃຫ້ຮູ້ທີ່ກອງປະຊຸມຖະແຫຼງຂ່າວ ກ່ຽວກັບສະພາບແຮງງານ - ວຽກເຮັດງານທຳ ໄຕມາດ 4 ແລະ ປີ 2020 ເຊິ່ງດໍາເນີນໃນວັນທີ 6 ມັງກອນ ຢູ່ຮ່າໂນ້ຍ.  ທ່ານນາງ ຫວູທິທູຖຸ໋ຍ ຫົວໜ້າກົມເກັບກຳຂໍ້ມູນ ແລະ ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານສະຖິຕິ ໃຫ້ຮູ້ວ່າ:
        “ນັບແຕ່ໄຕມາດ 3 ມານີ້, ສະພາບແຮງງານ, ວຽກເຮັດງານທຳໄດ້ຮັບການປັບປຸງໃຫ້ດີຂຶ້ນ, ພິເສດໃນໄຕມາດ 4 ແມ່ນຈະແຈ້ງກວ່າ. ເຖິງຢ່າງໃດກໍຕາມ, ໃນປັດຈຸບັນ, ສະພາບການຂອງໂລກລະບາດໃນໂລກ ຍັງສືບຕໍ່ແຜ່ລະບາດ. ລັດຖະບານ ໄດ້ມີຫຼາຍມາດຕະການເພື່ອຊຸກຍູ້ການເຕີບໂຕເສດຖະກິດ. ສະນັ້ນ, ໃນໄລຍະຜ່ານມາ, ພື້ນຖານເສດຖະກິດ ຈຶ່ງມີການພັດທະນາດີກວ່າ. ໃນຕໍ່ໜ້າ, ພວກເຮົາຫວັງວ່າ ນະໂຍບາຍ, ແຜນຍຸດທະສາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ພ້ອມກັບການພັດທະນາເສດຖະກິດ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ”.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top