• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ມີສິດເລືອກຕັ້ງກວ່າງ 69 ລ້ານຄົນຈະປະຕິບັດສິດເລືອກຕັ້ງ

ບັນດາອົງການຈັດຕັ້ງຮັບຜິດຊອບການເລືອກຕັ້ງຢູ່ຂັ້ນທ້ອງຖິ່ນກໍ່ໄດ້ຮັບການສ້າງຕັ້ງສຳເລັດ, ດ້ວຍ 63 ຄະນະກຳມະການເລືອກຕັ້ງຂັ້ນແຂວງ, 682 ຄະນະກຳມະການຂັ້ນເມືອງ ແລະ ກວ່າ 10.000 ຄະນະກຳມະການເລືອກຕັ້ງຂັ້ນຕາແສງ…
ທົ່ວປະເທດໄດ້ມີຮ່າງບັນຊີລາຍຊື່ 866 ຄົນທີ່ມີມາດຕະຖານຢ່າງພຽງພໍເພື່ອອອກສະໝັກຮັບເລືອກຕັ້ງ. (ພາບປະກອບ: TTXVN)
ຕາມບົດລາຍງານຂອງລັດຖະບານ, ໄລ່ມາຮອດຈຸດເວລານີ້, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026 ໄດ້ມີຄວາມຮັບປະກັນຖືກຕ້ອງຕາມຈິດໃຈຊີ້ນຳຂອງກົມການເມືອງ, ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ. ທ່ານນາງລັດຖະມົນຕີກະຊວງພາຍໃນ ຟ້າມທິແທັງຈ່າ ໃຫ້ຮູ້ວ່າ, ບັນດາອົງການຈັດຕັ້ງຮັບຜິດຊອບການເລືອກຕັ້ງຢູ່ຂັ້ນທ້ອງຖິ່ນກໍ່ໄດ້ຮັບການສ້າງຕັ້ງສຳເລັດ, ດ້ວຍ 63 ຄະນະກຳມະການເລືອກຕັ້ງຂັ້ນແຂວງ, 682 ຄະນະກຳມະການຂັ້ນເມືອງ ແລະ ກວ່າ 10.000 ຄະນະກຳມະການເລືອກຕັ້ງຂັ້ນຕາແສງ… ຕາມຕົວເລກຂອງບັນດາທ້ອງຖິ່ນແລ້ວ, ຈຳນວນຜູ້ມີສິດເລືອກຕັ້ງໃນທົ່ວປະເທດກວ່າ 69 ລ້ານຄົນຈະປະຕິບັດສິດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026. ມາຮອດປະຈຸບັນ, ທົ່ວປະເທດໄດ້ມີຮ່າງບັນຊີລາຍຊື່ 866 ຄົນທີ່ມີມາດຕະຖານຢ່າງພຽງພໍເພື່ອອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV.
(ແຫຼ່ງຄັດຈາກ VOV)

ອັງ​ກິດ ເສຍ​ເງິນ​ເກືອບ 900 ລ້ານ USD ເພື່ອ​ຮັດ​ແໜ້ນ​ການ​ສຳຫຼວດ​ຊາວ​ອົບ​ພະ​ຍົບ​ຜ່ານ​ຊ່ອງ​ແຄບ​ທະ​ເລ Manche

ອັງ​ກິດ ເສຍ​ເງິນ​ເກືອບ 900 ລ້ານ USD ເພື່ອ​ຮັດ​ແໜ້ນ​ການ​ສຳຫຼວດ​ຊາວ​ອົບ​ພະ​ຍົບ​ຜ່ານ​ຊ່ອງ​ແຄບ​ທະ​ເລ Manche

ລາ​ຊະ​ອາ​ນາ​ຈັກອັງ​ກິດ ປະ​ກາດ​ວ່າ ຈະ​ອອກ​ເງິນ​ດ້ວ​ຍ​ຈຳ​ນວນເງິນ 660 ລ້ານ​ປອນ (ເກືອບ 900 ລ້ານ USD) ໃຫ້​ແກ່ ຝະ​ລັ່ງ ໃນ​ຂໍ້​ຕົກ​ລົງ​ຄວາມ​ໝັ້ນ​ຄົງ​ເຂດ​ຊາຍ​ແດນ​ສະ​ບັບ​ໃໝ່ ທີ່​ແກ່​ຍາວ​ໃນ​ເວ​ລາ 3 ປີ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ສະ​ພາບ​ຄົນ​ອົບ​ພະ​ຍົບ​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດ​ໝານ​ຜ່ານຊ່ອງ​ແຄບ​ທະ​ເລ Manche.

Top