• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ບໍລິໂພກຊາວຈີນຫຼາຍກ່ວາເຄິ່ງໜຶ່ງບໍ່ຊົມໃຊ້ສິນຄ້າ ອາເມລິກາ ຍ້ອນສົງຄາມການຄ້າ

      ໝາກຜົນການສຳຫຼວດທີ່ໄດ້ປະກາດ ໃນວັນທີ 26 ມິຖຸນາຊີ້ໃຫ້ເຫັນວ່າ ມີ ຜູ້ບໍລິໂພກຊາວຈີນຫຼາຍກ່ວາເຄິ່ງໜຶ່ງບໍ່ຊື້ບໍ່ວ່າຜະລິດຕະພັນໃດທີ່ໄດ້ຜະລິດຢູ່ ອາເມລິກາ ເພື່ອແນໃສ່ສະໜັບສະໜູນ ປະເທດຕົນໃນສົງຄາມການຄ້າພວມປີນຂັ້ນໄດ, ອັນໄດ້ສ້າງໄພອັນຕະລາຍໃຫ້ ບັນດາບໍລິສັດຂອງ ອາເມລິກາ ຫຼາຍພໍສົມຄວນ.

ສິນຄ້າທີ່ໄດ້ວາງຂາຍໃນຮ້ານຊັບພະສິນຄ້າຢູ່ປັກກິ່ງ, ຈີນ (ພາບ: AFP/TTXVN)
      ການສຳຫຼວດໂດຍບໍລິສັດໃຫ້ຄຳປຶກສາ Brunswick ຢູ່ ອັງກິດໄດ້ສຳຫຼວດຜູ້ບໍລິໂພກຊາວຈີນ 1000 ຄົນ, ຊີ້ໃຫ້ເຫັນວ່າ 56% ຂອງຈຳນວນຄົນທີ່ຖືກຖາມໃຫ້ຮູ້ວ່າ ເຂົາເຈົ້າບໍໍໍ່ຊື້ຜະລິດຕະພັນຂອງ ອາເມລິກາ, ໃນນັ້ນ ມີ 68% ຂອງຈຳນວນຄົນ ທີ່ມີທັດສະນະທາງລົບຕໍ່ບັນດາບໍລິສັດ ອາເມລິກາ. Brunswick ໃຫ້ຮູ້ວ່າສິ່ງນີ້ໄດ້ສ້າງໄພອັນຕະລາຍ ໃຫ້ແກ່ ບໍລິສັດອາເມລິກາ ຫຼາຍພໍສົມຄວນຍ້ອນວ່າ 3 ໃນ 4 ຜູ້ບໍລິໂພກຊາວຈີນໃຫ້ຮູ້ວ່າ ເຂົາເຈົ້າເຄີຍຊື້ຜະລິດຕະພັນຈາກບັນດາບໍລິສັດອາເມລິກາ.
        Brunswick ກໍ່ໄດ້ ສຳຫຼວດຜູ້ບໍລິໂພກຊາວອາເມລິກາ 1000 ຄົນ ກ່ຽວກັບຄຳຄິດເຫັນຂອງເຂົາເຈົ້າຕໍ່ສິນຄ້າຂອງຈີນ. ອົງການນີ້ໃຫ້ຮູ້ວ່າ ຄຳຄິດເຫັນຂອງ ຊາວອາເມລິກາກ່ຽວກັບບັນດາບໍລິສັດ ຈີນແມ່ນພວມຊົ່ວຮ້າຍລົງ ແລະ 60% ຈຳນວນຄົນທີ່ຖືກຖາມກໍ່ໃຫ້ຮູ້ວ່າບໍ່ເຫັນມີການຂຶ້ນລາຄາສຳລັບສິນຄ້າບໍລິໂພກນັບແຕ່ເມື່ອມີການຂຶ້ນພາສີ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top