• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ຕາງ​ໜ້າ VTV ຍາດ​ໄດ້​ຕຳ​ແໜ່ງ​ນາງ​ງາມ Press Green Beauty 2019

ຕອນຄ່ຳວັນທີ 19 ຕຸລາ 2019, ຢູ່ສະຖານທີ່ຖ່າຍທຳກາງແຈ້ງ (ສະຖານີໂທລະພາບ ຫວຽດນາມ) ໄດ້ດຳເນີນງານປະກວດ Press Green Beauty 2019 ຮອບຊິງຊະນະເລີດ - ເຊິ່ງແມ່ນງານປະກວດຄວາມງາມທີ່ສະຫງວນໃຫ້ນັກຂ່າວ, ບັນນາທິການທີ່ເປັນເພດຍິງ ພວມປະຕິບັດງານ ຢູ່ບັນດາອົງການສື່ມວນຊົນໃນບໍລິເວນ ນະຄອນຮ່າໂນ້ຍ, ດ້ວຍສານທີ່ວ່າ “ເພື່ອສິ່ງແວດລ້ອມຂຽວແລະການກະທຳຂອງຜູ້ເຮັດວຽກງານສື່ມວນຊົນ”.

ຜູ້ເຂົ້າປະກວດ ນາງຟ້າມງອັກຮ່າມີ (ປະຕິບັດງານຢູ່ ສະຖານີໂທລະພາບ ຫວຽດນາມ) ຍາດໄດ້ຕຳແໜ່ງນາງງາມ Press Green Beauty 2019 (ພາບ: VTV) 

ເຂົ້າຮ່ວມການປະກວດ ຜ່ານ 3 ພາກສ່ວນ: ສະແດງຊຸດເຊື້ອຍາວ, ຊຸດລາຕີ, ຕອບຄຳຖາມ, ບັນດາຜູ້ເຂົ້າປະກວດໄດ້ສະແດງໃຫ້ເຫັນຄວາມງາມທາງຮູບຮ່າງ ແລະ ສະຕິປັນຍາ, ພ້ອມທັງສົ່ງສານກ່ຽວກັບສິ່ງແວດລ້ອມໄດ້ເປັນຢ່າງດີ.

        ຜົນຂອງງານປະກວດ, ຜູ້ເຂົ້າປະກວດ ນາງຟ້າມງອັກຮ່າມີ (ປະຕິບັດງານຢູ່ ສະຖານີໂທລະພາບ ຫວຽດນາມ) ຍາດໄດ້ຕຳແໜ່ງນາງງາມ Press Green Beauty 2019, ທີ 2 ແມ່ນ ນາງຟ້າມຫວູມິງເຕິມ (ສະຖານີໂທລະພາບປ້ອງກັນຄວາມສະຫງົບນະຄອນຫຼວງ) ແລະ ທີ 3 ແມ່ນ ນາງມາຍບິກເຈິມ ( ໜັງສືພິມເອເລັກໂຕນິກ ເຢິນຈີ໊).

        ແບ່ງປັນກ່ຽວກັບຄວາມໝາຍຂອງງານປະກວດ, ທ່ານ ໂງມິງຫ໋ຽນ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຖືວ່າ:

        ສຳລັບນັກຂ່າວ ພິເສດແມ່ນແມ່ຍິງ, ເຂົາເຈົ້າເປັນຜູ້ຂຽນ, ເປັນຜູ້ວິເຄາະວິຈານ, ນັກຂ່າວ, ບັນນາທິການ ໃນແຕ່ລະວັນ, ແຕ່ລະຊົ່ວໂມງ, ເຂົາເຈົ້າໄດ້ສົ່ງສານກ່ຽວກັບສິ່ງແວດລ້ອມ ລົງໃນບົດຂຽນຂອງຕົນ. ການຕິດພັດກັບງານປະກວດດ້ວຍສານປົກປັກຮັກສາສິ່ງແວດລ້ອມ ແມ່ນມີປະສິດທິຜົນທີ່ສຸດ ເພາະວ່າເຂົາເຈົ້າໄດ້ແຜ່ຂະຫຍາຍສານດັ່ງກ່າວໃຫ້ກ້ວາງຂວາງກ່ວາ ໂດຍ ຜ່ານຄື້ນກະຈາຍສຽງ, ໂທລະພາບ, ໜັງສືພິມ.

         ການປະກວດນາງງາມ Press Green Beauty 2019 ໄດ້ຮັບການຮ່ວມເດີນທາງຂອງ ກຸ່ມບໍລິສັດ, ວິສາຫະກິດໃຫຍ່ຫຼາຍແຫ່ງຄື:

ຜູ້ອຸປະຖຳຫຼັກແມ່ນກຸ່ມບໍລິສັດ ປົວແຂ້ວ ເຟືອງແອັງ, ບໍລິສັດຫຸ້ນສ່ວນ ລົງທຶນ ທຽນຈ່ຽວ.

ຜູ້ອຸປະຖຳສຳຮອງຄື: ທະນາຄານກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ (Agribank), ທະນາຄານການຄ້າຫຸ້ນສ່ວນຕ່າງປະເທດ ຫວຽດນາມ (Vietcombank), ບໍລິສັດ ການຄ້າ CP ສົ່ງອອກ - ນຳເຂົ້າ ແບັກຟຸກ, ບໍລິສັດຫຸ້ນສ່ວນເຕັກໂນໂລຢີໃໝ່ Leskin ຫວຽດນາມ, ບໍລິສັດຫຸ້ນສ່ວນການບິນ Vietjet, ໂຮງໝໍສາກົນ ທູກຸກ, ບໍລິສັດຫຸ້ນສ່ວນ ຊາວທ໊າຍເຢືອງ...

 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ລາວ, ໄທ​ຢ່າງ​ຈົບ​ງາມ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ລາວ, ໄທ​ຢ່າງ​ຈົບ​ງາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບທ່ານປະທານສະພາແຫ່ງຊາດກຳປູເຈຍ, ລາວ ເປັນປະທານຮ່ວມກອງປະຊຸມສຸດຍອດ ສະພາແຫ່ງຊາດ CLV ຄັ້ງທີ 1, ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທາງການທູດ ທີ່ມີຄວາມໝາຍ ໃນປີ 2023 ຂອງການນຳຂັ້ນສູງ.

Top