• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ຊ່ຽວຊານຍີ່ປຸ່ນຕີລາຄາສູງຜົນສຳເລັດຄວບຄູ່ຂອງຫວຽດນາມ

      ສຳລັບຊາວຍີ່ປຸ່ນ ແລ້ວ, ຜົນສຳເລັດຂອງຫວຽດນາມ ແມ່ນເລື່ອງມະຫັດສະຈັນ. ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວົງຄະນະຍາດສາກົນວ່າ ແມ່ນປະເທດປອດໄພ, ມີຄວາມບົ່ມຊ້ອນດ້ານເສດຖະກິດທີ່ໃຫ່ຍຫຼວງ ດ້ວຍທ່າໄດ້ປຽບມີປະຊາກອນຫຼາຍ.
ທ່ານ Hiroyuki Moribe (ພາບ:TTXVN)
      ສຳລັບຊາວຍີ່ປຸ່ນ ແລ້ວ, ຜົນສຳເລັດຂອງຫວຽດນາມ ແມ່ນເລື່ອງມະຫັດສະຈັນ. ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວົງຄະນະຍາດສາກົນວ່າ ແມ່ນປະເທດປອດໄພ, ມີຄວາມບົ່ມຊ້ອນດ້ານເສດຖະກິດທີ່ໃຫ່ຍຫຼວງ ດ້ວຍທ່າໄດ້ປຽບມີປະຊາກອນຫຼາຍ.ນີ້ແມ່ນຂໍ້ໃຫ້ສັງເກດຂອງທ່ານ Hiroyuki Moribe, ຜູ້ອຳນວຍການບໍລິຫານ ສະຖາບັນຄົ້ນຄວ້າເສດຖະກິດຫວຽດນາມ (VERI)  ຂອງຍີ່ຢູ່ນ ເມື່ອຕອບສຳພາດຕໍ່ນັກຂ່າວຂ່າວສານຫວຽດນາມ ປະຈຳ ໂຕກຽວ ກ່ຽວກັບເລື່ອງຫວຽດນາມ ຍັງຄົງຮັກສາໄດ້ທ່າເຕີບໂຕຕັ້ງໜ້າ ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ 19. ທ່ານ Hiroyuki Moribe ໄດ້ເນັ້ນໜັກວ່າ: ເລື່ອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ຍົກອອກມາດຕະການທີ່ຂ້ຽວຂາດຢ່າງໄວວາ ເມື່ອຮັບມືກັບໂລກລະບາດໂຄວິດ 19, ລະອຽດ ຄື: ປິດປະຕູເຂດຊາຍແດນ ແລະ ປະຊາຊົນ ໄດ້ປະຕິບັດບັນດາມາດຕະການປ້ອງກັນ ແລະ ຕ້ານ ໂລກລະບາດໂຄວິດ 19 ຢ່າງເຂັ້ມງວດນັ້ນ ໄດ້ປະກອບສ່ວນຊ່ວຍຫວຽດນາມ ປະສົບຜົນສຳເລັດໃນການຮັບມືກັບ ໂລກລະບາດໂຄວິດ 19 ແລະ ຮັກສາໄດ້ການເຄື່ອນໄຫວເສດຖະກິດທີ່ສະດວກ. ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດຮັກສາໄດ້ການເຕີບໂຕເປັນບວກໃນປີ 2020.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top