• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນ​ຂະ​ຫຍາຍ​ໂຄງ​ການ “ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ຮາກ​ຖານ” ໄລ​ຍະ 2022 – 2023

ເພື່ອເປັນການຜັນຂະຫຍາຍມະຕິວ່າດ້ວຍການເພີ່ມທະວີວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ເຮັດໃຫ້ສຸຂະພາບຂອງປະຊາຊົນແຂງແຮງໃນສະພາບການໃໝ່ຢ່າງແທດຈິງ, ຕອນບ່າຍວັນທີ 6 ຕຸລາ, ຢູ່ຮ່າໂນ້ຍ, ກົມໃຫຍ່ແພດສາດ ຫວຽດນາມ ແລະ ສະມາຄົມແພດໝໍໜຸ່ມ ຫວຽດນາມ ໄດ້ຈັດພິທີລົງນາມໃນເອກະສານຮ່ວມມືຜັນຂະຫຍາຍໂຄງການ “ຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກຂັ້ນຮາກຖານ”.

ພິທີລົງນາມໃນເອກະສານຮ່ວມມືຜັນຂະຫຍາຍໂຄງການ “ຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກຂັ້ນຮາກຖານ” 

ໂຄງການດັ່ງກ່າວ ຈະໄດ້ຜັນຂະຫຍາຍໃນເວລາ 03 ປີ, ໄລຍະທີ 1 - ໄລຍະທົດລອງ ແຕ່ 2022 – 2023, ດ້ວຍຈຸດປະສົງ: ດຶງດູດການເຂົ້າຮ່ວມຂອງພະນັກງານການແພດໃຫ້ໄດ້ກວ່າ 20.000 ຄົນໃນປະເທດ; ຍົກສູງລະດັບຄວາມຮູ້, ທັກສະດ້ານວິຊາສະເພາະໃຫ້ແກ່ພະນັກງານການແພດຂັ້ນຮາກຖານ ດ້ວຍເນື້ອໃນອັບເດດການບົ່ງມະຕິພະຍາດ, ການປິ່ນປົວ ແລະ ຄວບຄຸມພະຍາດທົ່ວໄປຢູ່ຂັ້ນຮາກຖານ ໂດຍຜ່ານຊຸດຝຶກອົບຮົມແບບທາງໄກ ແລະ ອອກໃບຢັ້ງຢືນໃຫ້. ໝູນໃຊ້ແອບຟຼີເຄຊັນ “Y360 - ປະຊາຄົມແພດສາດ ແລະ ການອ່ານ” ເຂົ້າໃນການຈັດຕັ້ງ ແລະ ກະກຽມຈັດຊຸດຝຶກອົບຮົມ… ທ່ານຮອງສາດສະດາຈານ. ປອ ນາງ ຫງວຽນທິຊວຽນ, ປະທານສະມາຄົມໃຫຍ່ແພດສາດ ຫວຽດນາມ ເນັ້ນໜັກວ່າ:

        “ຜ່ານໂຄງການນີ້, ພວກຂ້າພະເຈົ້າຢາກລະດົມທຸກແຫຼ່ງກຳລັງໃນສັງຄົມຮ່ວມແຮງຮ່ວມໃຈເພື່ອເຂົ້າຮ່ວມຍູ້ແຮງການຍົກສູງລະດັບຄວາມຮູ້ ແລະ ທັກສະດ້ານວິຊາສະເພາະໃຫ້ແກ່ພະນັກງານການແພດຂັ້ນຮາກຖານໃນທົ່ວປະເທດ ເພື່ອປະກອບສ່ວນເຂົ້າໃນການຍົກສູງປະສິດທິຜົນຂອງວຽກງານເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ, ເສີມຂະຫຍາຍບົດບາດຂອງລະບົບສາທາລະນະສຸກຂັ້ນຮາກຖານຢູ່ ຫວຽດນາມ ຢ່າງສຸດກົກສຸດປາຍ”.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top