ຂ່າວສານ ຜັນຂະຫຍາຍບັນດາມາດຕະການແນໃສ່ຍົກອັນດັບຄວາມໄວ້ວາງໃຈແຫ່ງຊາດ ຫວຽດນາມ 28/01/2026 ຫວ່າງມໍ່ໆມານີ້, ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ: ມຸ່ງໄປເຖິງເປົ້າໝາຍນຳ ຫວຽດນາມ ບັນລຸອັນດັບໄວ້ວາງໃຈໃນ “ການລົງທຶນ” ນັ້ນ, ກະຊວງການເງິນຈະສຸມໃສ່ຜັນຂະຫຍາຍ 3 ກຸ່ມມາດຕະການຈຸດສຸມຢ່າງຄົບຊຸດ. ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ກ່ອນອື່ນໝົດ ແມ່ນຜັນຂະຫຍາຍບັນດາມາດຕະການ ແລະ ນະໂຍບາຍແນໃສ່ບໍລິຫານບັນດາດັດຊະນີກ່ຽວກັບໜີ້ສິນສາທາລະນະ, ໜີ້ສິນລັດຖະບານ ແລະ ໜີ້ສິນແຫ່ງຊາດຢ່າງມີປະສິດທິຜົນ, ຮັບປະກັນຮັກສາຢູ່ໃນລະດັບຕັ້ງໜ້າ, ຕອບສະໜອງບັນດາຄາດໝາຍຕີລາຄາຈັດອັນດັບຄວາມໄວ້ວາງໃຈຂອງບັນດາອົງການຈັດຕັ້ງສາກົນ. ພ້ອມດຽວກັນນັ້ນ, ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຢ່າງແໜ້ນແຟ້ນ ເພື່ອເປັນເສນາທິການປັບປຸງກົນໄກ, ນະໂຍບາຍຊຸກຍູ້ການເຕີບໂຕເສດຖະກິດໃນພື້ນຖານຮັກສາສະຖຽນລະພາບເສດຖະກິດມະຫາພາກໃຫ້ສົມບູນແບບ. ເມື່ອບັນດາດັດຊະນີເສດຖະກິດມະຫາພາກໄດ້ຮັບການຮັກສາໃນສະພາວະທີ່ຕັ້ງໜ້າ, ສິ່ງດັ່ງກ່າວມີຜົນກະທົບທີ່ສະດວກຕໍ່ການປັບປຸງອັນດັບໄວ້ວາງໃຈ. ໄປຄຽງຄູ່ກັນນັ້ນ, ສືບຕໍ່ເພີ່ມທະວີການປະສານສົມທົບກັບບັນດາອົງການຈັດອັນດັບຄວາມໄວ້ວາງໃຈ. ໄປຄຽງຄູ່ກັນນັ້ນ, ສືບຕໍ່ເພີ່ມທະວີການສົມທົບກັບບັນດາອົງການຈັດອັນດັບຄວາມໄວ້ວາງໃຈສາກົນ ຜ່ານການສະໜອງຂໍ້ມູນຢ່າງຄົບຖ້ວນ, ທັນການ ແລະ ຈະແຈ້ງ, ຊ່ວຍໃຫ້ອົງການຈັດຕັ້ງນີ້ມີພື້ນຖານຕີລາຄາ ພື້ນຖານເສດຖະກິດ ຫວຽດນາມໃຫ້ຊັດເຈນກວ່າ. (ແຫຼ່ງຄັດຈາກ VOV)

ຫວ່າງມໍ່ໆມານີ້, ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ: ມຸ່ງໄປເຖິງເປົ້າໝາຍນຳ ຫວຽດນາມ ບັນລຸອັນດັບໄວ້ວາງໃຈໃນ “ການລົງທຶນ” ນັ້ນ, ກະຊວງການເງິນຈະສຸມໃສ່ຜັນຂະຫຍາຍ 3 ກຸ່ມມາດຕະການຈຸດສຸມຢ່າງຄົບຊຸດ. ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ກ່ອນອື່ນໝົດ ແມ່ນຜັນຂະຫຍາຍບັນດາມາດຕະການ ແລະ ນະໂຍບາຍແນໃສ່ບໍລິຫານບັນດາດັດຊະນີກ່ຽວກັບໜີ້ສິນສາທາລະນະ, ໜີ້ສິນລັດຖະບານ ແລະ ໜີ້ສິນແຫ່ງຊາດຢ່າງມີປະສິດທິຜົນ, ຮັບປະກັນຮັກສາຢູ່ໃນລະດັບຕັ້ງໜ້າ, ຕອບສະໜອງບັນດາຄາດໝາຍຕີລາຄາຈັດອັນດັບຄວາມໄວ້ວາງໃຈຂອງບັນດາອົງການຈັດຕັ້ງສາກົນ. ພ້ອມດຽວກັນນັ້ນ, ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຢ່າງແໜ້ນແຟ້ນ ເພື່ອເປັນເສນາທິການປັບປຸງກົນໄກ, ນະໂຍບາຍຊຸກຍູ້ການເຕີບໂຕເສດຖະກິດໃນພື້ນຖານຮັກສາສະຖຽນລະພາບເສດຖະກິດມະຫາພາກໃຫ້ສົມບູນແບບ. ເມື່ອບັນດາດັດຊະນີເສດຖະກິດມະຫາພາກໄດ້ຮັບການຮັກສາໃນສະພາວະທີ່ຕັ້ງໜ້າ, ສິ່ງດັ່ງກ່າວມີຜົນກະທົບທີ່ສະດວກຕໍ່ການປັບປຸງອັນດັບໄວ້ວາງໃຈ. ໄປຄຽງຄູ່ກັນນັ້ນ, ສືບຕໍ່ເພີ່ມທະວີການປະສານສົມທົບກັບບັນດາອົງການຈັດອັນດັບຄວາມໄວ້ວາງໃຈ. ໄປຄຽງຄູ່ກັນນັ້ນ, ສືບຕໍ່ເພີ່ມທະວີການສົມທົບກັບບັນດາອົງການຈັດອັນດັບຄວາມໄວ້ວາງໃຈສາກົນ ຜ່ານການສະໜອງຂໍ້ມູນຢ່າງຄົບຖ້ວນ, ທັນການ ແລະ ຈະແຈ້ງ, ຊ່ວຍໃຫ້ອົງການຈັດຕັ້ງນີ້ມີພື້ນຖານຕີລາຄາ ພື້ນຖານເສດຖະກິດ ຫວຽດນາມໃຫ້ຊັດເຈນກວ່າ.
ບັນດາບົດຕໍ່ໄປ ຕະຫຼາດນ້ຳມັນອາຍແກັດ ແລະ ການຂົນສົ່ງໂລກມີການເໜັງຕິງຢ່າງໃຫຍ່ຫຼວງ06/03/2026ຂ່າວສານການປະທະກັນທີ່ເຄັ່ງຕຶງທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງໃນຊຸມວັນຜ່ານມາ ໄດ້ກໍ່ຜົນກະທົບຢ່າງແຮງຕໍ່ຕະຫຼາດພະລັງງານ ແລະ ລະບົບສະໜອງທົ່ວໂລກ. ເລຂາທິການໃຫຍ່ ໂຕເລິມ: ສະພາແຫ່ງຊາດກະກຽມວຽກງານເລືອກຕັ້ງໃຫ້ເປັນຢ່າງດີ06/03/2026ຂ່າວສານດັກຫຼັກ ແກ້ໄຂກໍລະນີລະເມີດການຂຸດຄົ້ນສິນໃນນ້ຳຢ່າງເຂັ້ມງວດ, ມານະພະຍາຍາມແກ້ໄຂບັດເຫຼືອງ IUU06/03/2026ຂ່າວສານບັດເລືອກຕັ້ງທີ່ນຳມາເຊິ່ງຄວາມເຊື່ອໝັ້ນຈາກເຂດໄຫຼ່ທະວີບທາງພາກໃຕ້06/03/2026ຂ່າວສານຫວຽດນາມ ຈະບໍ່ປະໃຫ້ຄວາມໝັ້ນຄົງດ້ານພະລັງງານຖືກຕົກຢູ່ໃນທ່າຮັບ06/03/2026ຂ່າວສານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ ພ້ອມທັງຕ້ອງຮັບມືກັບທຸກກໍລະນີຢ່າງມີໄຫວພິບ06/03/2026ຂ່າວສານປີທ່ອງທ່ຽວແຫ່ງຊາດ 2026 - ໂອກາດໂຄສະນາບັນດາຄຸນຄ່າວັດທະນະທຳ, ທຳມະຊາດ ແລະ ຄົນເຂດດິນແດນ ໄຕງວຽນ06/03/2026ຂ່າວສານ ອ່ານເພີ່ມ