• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍບັ້ນກວດສອບຮ່ວມມືກ່ຽວກັບການຄຸ້ມຄອງແຫຼ່ງນ້ຳເຂດຍ່ານລຸ່ມແມ່ນ້ຳຂອງ

      ຕອນເຊົ້າວັນທີ 22 ທັນວາ, ທີ່ຮ່າໂນ້ຍ, ອົງການກວດສອບແຫ່ງລັດຫວຽດນາມ ໄດ້ຈັດກອງປະຊຸມເຄື່ອນໄຫວຜັນຂະຫຍາຍບັ້ນກວດສອບການຮ່ວມມືກ່ຽວກັບການຄຸ້ມຄອງແຫຼ່ງນ້ຳເຂດຍ່ານລຸ່ມແມ່ນ້ຳຂອງຢູ່ອາຊີຕາເວັນອອກສ່ຽງໃຕ້, ໄລຍະປີ 2020 – 2021. 

ທ່ານ ໂຮ່ດຶກເຟື໊ອກ, ຫົວໜ້າໃຫຍ່ອົງການກວດສອບແຫ່ງລັດຫວຽດນາມ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ - ພາບ:TTXVN
      ກ່າວຄຳເຫັນນະທີ່ນີ້, ທ່ານ ໂຮ່ດຶກເຟື໊ອກ, ຫົວໜ້າໃຫຍ່ອົງການກວດສອບແຫ່ງລັດຫວຽດນາມ, ປະທານບັນດາອົງການກວດສອບສູງສຸດອາຊີ (ASOSAI) ຄັ້ງທີ 14 ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ ASOSAI ຄັ້ງທີ 14 ໂດຍອົງການກວດສອບແຫ່ງລັດຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນປີ 2018 ໄດ້ຮັບຮອງເອົາຖະແຫຼງການຮ່າໂນ້ຍ ກ່ຽວກັບການກວດສອບສິ່ງແວດລ້ອມ ເພື່ອການພັດທະນາແບບຍືນຍົງ. ຕໍ່ໜ້າສະພາບການສຸກເສີນກ່ຽວກັບຄວາມໝັ້ນຄົງແຫຼ່ງນ້ຳຢູ່ບັນດາປະເທດຂຶ້ນກັບຍ່ານລຸ່ມແມ່ນ້ຳຂອງ, ໃນນັ້ນມີຫວຽດນາມ, ອົງການກວດສອບແຫ່ງລັດຫວຽດນາມ ມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ ນີ້ແມ່ນໂອກາດທີ່ສະດວກ ເພື່ອສົມທົບກັບບັນດາອົງການກວດສອບສູງສຸດ (SAI) ສະມາຊິກຂຶ້ນກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພ້ອມກັນຜັນຂະຫຍາຍປະຕິບັດການກວດສອບຮ່ວມມືກ່ຽວກັບຂົງເຂດນີ້. ຫົວຂໍ້ຂອງການກວດສອບຮ່ວມມືວ່າ “ກວດສອບການຄຸ້ມຄອງແຫຼ່ງນ້ຳເຂດຍ່ານລຸ່ມແມ່ນ້ຳຂອງ ຕິດພັນກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ” ໃນໄລຍະປີ 2020 – 2021.
        ໃນຂອບເຂດຂອງກອງປະຊຸມ, ອົງການກວດສອບສູງສຸດຂອງ ຫວຽດນາມ, ໄທ ແລະ ມຽນມາ ໄດ້ເຊັນຖະແຫຼງການໃຫ້ຄຳໝັ້ນສັນຍາພ້ອມດ້ວຍມາດຕາປຽບທຽບການກວດສອບຮ່ວມມືກ່ຽວກັບການຄຸ້ມຄອງແຫຼ່ງນ້ຳເຂດຍ່ານລຸ່ມແມ່ນ້ຳຂອງ (ToR) ໄປພ້ອມ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top