• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ໃຫ້ກາຍເປັນ “ປະພາຄານ” ໃນ ອາຊຽນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍຮ່ວມມືກັນໃນການພັດທະນາໄຟຟ້ານິວເຄຼຍໂມດູນຂະໜາດນ້ອຍ; ສ້າງບັນດາໂຄງການຮ່ວມມືລະອຽດໃນຂົງເຂດສິນເຊື່ອກາກບອນ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງທີ່ການໂອ້ລົມທາງໂທລະສັບ)

ຕອນເຊົ້າວັນທີ 18 ທັນວາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ Lawrence Wong, ນາຍົກລັດຖະມົນຕີ ສິງກະໂປ ເພື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ ແລະ ບັນຫາພາກພື້ນ, ສາກົນຈຳນວນໜຶ່ງທີ່ຫາກໍ່ພົ້ນເດັ່ນຂຶ້ນຫວ່າງມໍ່ໆມານີ້.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍຮ່ວມມືກັນໃນການພັດທະນາໄຟຟ້ານິວເຄຼຍໂມດູນຂະໜາດນ້ອຍ; ສ້າງບັນດາໂຄງການຮ່ວມມືລະອຽດໃນຂົງເຂດສິນເຊື່ອກາກບອນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໂດຍໄວ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ສິງກະໂປ ຈະເຂົ້າຮ່ວມບັນດາສູນການເງິນຂອງ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ, ສືບຕໍ່ໜູນຊ່ວຍ ຫວຽດນາມ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ນຳການພົວພັນ ຫວຽດນາມ - ສິງກະໂປ ກາຍເປັນແບບຢ່າງດີເດັ່ນກ່ຽວກັບຄວາມສາມັກຄີ, ຮ່ວມມື ແລະ ໂອ້ລົມສົນທະນາຢູ່ພາກພື້ນ.

        ສ່ວນທ່ານນາຍົກລັດຖະມົນຕີ Lawrence Wong ເນັ້ນໜັກວ່າ, ສິງກະໂປ ປາດຖະໜາຢາກພ້ອມກັບ ຫວຽດນາມ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ສ້າງຕັ້ງຢ່າງແທດຈິງ, ກາຍເປັນ “ປະພາຄານ” ໃນ ອາຊຽນ ກ່ຽວກັບການຮ່ວມມືພ້ອມກັນໄຊຊະນະ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ນາຍົກລັດຖະມົນຕີ 2 ທ່ານ ປາດຖະໜາໃຫ້ ໄທ ແລະ ກຳປູເຈຍ ຈົ່ງລະງັບໃຈ, ບໍ່ນຳໃຊ້ອາວຸດ, ດຳເນີນການເຈລະຈາ, ແກ້ໄຂບັນດາບັນຫາໂດຍສັນຕິວິທີ. ການນຳ 2 ທ່ານກໍ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາສົມທົບກັນ, ເສີມຂະຫຍາຍປະສິດທິຜົນເມື່ອ ຫວຽດນາມ ເປັນປະເທດເຈົ້າພາບຈັດ APEC ແລະ ສິງກະໂປ ດຳລົງຕຳແໜ່ງປະທານ ອາຊຽນ ໃນປີ 2027.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ຮ່າງກົດໝາຍຍັງໄດ້ຮັບຖືວ່າແມ່ນ ກົດໝາຍມອບສິດດ້ານປ້ອງກັນຊາດ ປີການເງິນ 2026 (NDAA), ແມ່ນໝາກຜົນຂອງການປຶກສາຫາລືລະຫວ່າງບັນດາສະບັບຕ່າງໆໂດຍສະພາຕ່ຳ ແລະ ສະພາສູງຮັບຮອງເອົາກ່ອນນັ້ນ.

Top