ຂ່າວສານ
ປຊຊ ມີຄວາມຫວັງວ່າ ທ່ານເລຂາທິການໃຫ່ຍ ໂຕເລິມ ແລະ ກົງຈັກການນຳພັກສະໄໝທີ XIV ຈະນຳປະເທດຊາດພັດທະນາໃນສັງກາດໃໝ່
ຕາມພະນັກງານ, ສະມາຊິກພັກ ແລະ ປຊຊ, ເລື່ອງທ່ານເລຂາທິການໃຫ່ຍ ໂຕເລິມ ສືບຕໍ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫ່ຍ ຄະນະບໍລິຫານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ອີກສະໄໝໜຶ່ງ ແມ່ນການຄັດເລືອກທີ່ສະຫຼາດສ່ອງໄສ, ຮັບຮູ້ບົດບາດ, ຄຸນນະທາດ, ບົດຮຽນປະສົບການການນຳຂອງທ່ານເລຂາທິການໃຫ່ຍ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ເຂົ້າໃນການນຳພາປະເທດຊາດ ກ້າວເຂົ້າສູ່ໄລຍະພັດທະນາໃໝ່.
ເລື່ອງກອງປະຊຸມໃຫ່ຍໄດ້ເລືອກຕັ້ງ ທ່ານເລຂາທິການໃຫ່ຍ ໂຕເລີມ ສືບຕໍ່ດຳລົງຕຳແໜ່ງເລຂາທິການໃຫ່ຍ ພ້ອມກັບສະມາຊິກຂອງກົມການເມືອງສືບຕໍ່ນຳພາພັກ, ປະເທດຊາດ, ຊາດ ຫວຽດນາມ ແມ່ນພື້ນຖານເພື່ອໃຫ້ພວກເຮົາມີຄວາມເຊື່ອໝັ້ນວ່າ ປະເທດຊາດໃນໄລຍະຈະມາເຖິງ ຈະມີຄວາມສະຖຽນລະພາບ, ມີການບຸກທະລຸໃນທຸກຂົງເຂດ.








