• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ່ຽນ​ແປງ​ໃໝ່, ຍົກ​ສູ​ງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ ສະ​ພາ​ແຫ່ງ​ຊາດ

ຕອນບ່າຍວັນທີ 17 ພະຈິກ, ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ດຳເນີນວາລະອັດກອງປະຊຸມ. ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຄັ້ງນີ້ ໄດ້ບັນລຸໝາກຜົນສຳຄັນໃນທັງ 3 ຂົງເຂດ ສ້າງກົດໝາຍ, ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ ແລະ ຕິດຕາມກວດກາບັນດາການເຄື່ອນໄຫວຂອງລັດຢ່າງເຂັ້ມງວດທີ່ສຸດ.

ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມຊຸດທີ 14 (ພາບ: TTXVN)

ສະພາແຫ່ງຊາດໄດ້ສະຫງວນເວລາ 3 ວັນເພື່ອປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ. ໃນນັ້ນ, ພິຈາລະນາ, ປຶກສາຫາລືກ່ຽວກັບໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2020; ເປົ້າໝາຍຕົ້ນຕໍ ແລະ ໜ້າທີ່, ມາດຕະການຈຳນວນໜຶ່ງກ່ຽວກັບການພັດທະນາດເສດຖະກິດ, ສັງຄົມ ໄລຍະ 5 ປີ 2021 – 2025; ບັນດາແຜນການການເງິນ ໄລຍະ 5 ປີ, ການລົງທຶນສາທາລະນະໄລຍະກາງ  ແຕ່ປີ 2021 – 2025…

        ໃນຂົງເຂດສ້າງກົດໝາຍ, ທ່ານ ຫງວຽນເຈື່ອງຢາງ, ຮອງເລຂາທິການໃຫຍ່ ສະພາແຫ່ງຊາດ ໃຫ້ຮູ້ວ່າ:

        “ໃນວຽກງານສ້າງກົດໝາຍ, ສະພາແຫ່ງຊາດ ໄດ້ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 7 ສະບັບ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 4 ສະບັບ, ຮັບຮອງເອົາມະຕິ 3 ສະບັບ. ໃນຮ່າງກົດໝາຍ 7 ສະບັບ ມີກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍການແກ້ໄຂການລະເມີດການບໍລິຫານ, ນີ້ແມ່ນບັນດາຮ່າງກົດໝາຍທີ່ກ່ຽວຂ້ອງເຖິງຫຼາຍຂົງເຂດຂຶ້ນກັບການຄຸ້ມຄອງລັດ. ໃນຈຳນວນມະຕິ 3 ສະບັບ, ມີມະຕິວ່າດ້ວຍການພັດທະນາການນຳໃຊ້ທີ່ດິນປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ມະຕິວ່າດ້ວຍອຳນາດການປົກຄອງຕົວເມືອງ ນະຄອນ ໂຮ່ຈີມິນ ແມ່ນເປັນໜ້າສົນໃຈ”.

        ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ສະຫງວນເວລາ ສອງມື້ເຄິ່ງ ເພື່ອຊັກຖາມບັນດາສະມາຊິກລັດຖະບານ.  ວາລະຊັກຖາມບໍ່ພຽງແຕ່ມີການປ່ຽນແປງໃໝ່ກ່ຽວກັບເນື້ອໃນເທົ່ານັ້ນ ຫາກຍັງຍົກສູງຄຸນນະພາບອີກດ້ວຍ. ທ່ານ ບຸ່ຍແທັງຕຸ່ງ, ສະມາຊິກສະພາແຫ່ງຊາດນະຄອນ ຫາຍຢ່ອງ, ຕີລາຄາວ່າ:

        “ນີ້ແມ່ນວາລະຊັກຖາມບໍ່ມີການກຳນົດກ່ຽວກັບເນື້ອໃນ. ຄຳຖາມສ່ວນຫຼາຍທີ່ໄດ້ຕັ້ງມາ ແມ່ນໄດ້ຮັບຄຳຕອບຢ່າງຈະແຈ້ງ, ຄົບຖ້ວນ ແລະ ຕີລາຄາໄດ້ຜົນສຳເລັດໃນໄລຍະຜ່ານມາ ພ້ອມທັງຊີ້ໃຫ້ເຫັນບັນດາບັນຫາຍັງຄົງຄ້າງ ແລະ ສຳຄັນທີ່ສຸດແມ່ນລ້ວນແຕ່ວາງອອກບັນດາມາດຕະການແກ້ໄຂໃນໄລຍະຈະມາເຖິງ”.

        ກອງປະຊຸມສະໄໝສາມັນເທື່ອທີ 10 ແມ່ນກອງປະຊຸມສະໄໝສາມັນສຸດທ້າຍຂອງສະພາແຫ່ງຊາດຫວຽດນາມ ຊຸດທີ 14. ບັນດາການເຄື່ອນໄຫວໃນກອງປະຊຸມຄັ້ງນີ້ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງລັດຖະບານໃນວຽກງານຊີ້ນຳບໍລິຫານ ແລະ ຄວາມຮັບຜິດຊອບຂອງບັນດາສະມາຊິກສະພາແຫ່ງຊາດໃນການຕິດຕາມ, ກວດກາ; ສ້າງກຳລັງໜູນ ແລະ ບັນຍາກາດ, ຈິດໃຈໃໝ່ ເພື່ອໃຫ້ປະເທດຊາດສືບຕໍ່ພັດທະນາແບບຍືນຍົງໃນອາຍຸການຕໍ່ໄປ./.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top