• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ່ຽນແປງໃໝ່ກົນໄກການເຄື່ອນໄຫວຂອງບັນດາຫົວໜ່ວຍພາລະກິດພາກລັດ

      “ການຊັບຊ້ອນຄືນການຈັດຕັ້ງ, ພະນັກງານບັນຈຸຢູ່ບັນດາຫົວໜ່ວຍພາລະກິດພາກລັດ ບໍ່ແມ່ນການຫຼຸດຜ່ອນຈຳນວນພະນັກງານເທົ່ານັ້ນ, ແລະ ຈຸດປະສົງສຸດທ້າຍແມ່ນຕ້ອງຍົກສູງຄວາມສາມາດ, ປະສິດທິພາບ, ປະສິດທິຜົນໃນການສະໜອງການບໍລິການສາທາລະນະ”
ປ່ຽນແປງໃໝ່ກົນໄກການເຄື່ອນໄຫວຂອງບັນດາຫົວໜ່ວຍພາລະກິດພາກລັດ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫ້ວ  
      ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫ້ວທີ່ການປະຊຸມເມື່ອຕອນເຊົ້າວັນທີ 7 ມິຖຸນາພາຍຫຼັງຮັບຟັງບັນດາລັດຖະມົນຕີກະຊວງ ຄົມມະນາຄົມ, ກະຊວງກະສີກຳ ແລະ ພັດທະນາຊົນນະບົດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງອຸດສາຫະກຳ ແລະ ການຄ້າລາຍງານກ່ຽວກັບການປ່ຽນແປງໃໝ່ກົນໄກການເຄື່ອນໄຫວຂອງບັນດາຫົວໜ່ວຍພາລະກິດພາກລັດ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫ້ວ ເນັ້ນໜັກວ່າ : 
    “ ມຸ່ງໄປສູ່ການກວດກາ, ຊັບຊ້ອນຄືນຕາມທິດຫຼຸດຜ່ອນຫົວໜ່ວຍຮັບຜິດຊອບ, ຫຼຸດຜ່ອນຈຳນວນພະນັກງານບັນຈຸໃນກົງຈັກເພື່ອຫຼຸດຜ່ອນການໃຊ້ຈ່າຍປະຈຳປີ ແຕ່ຈຸດໝາຍແມ່ນຕ້ອງຍົກສູງຄວາມສາມາດ, ປະສິດທິພາບ, ປະສິດທິຜົນໃນການສະໜອງການບໍລິການສາທາລະນະ, ຮັບປະກັນໃຫ້ວິສາຫະກິດ ແລະ ປະຊາຊົນໄດ້ຊົມໃຊ້ບັນດາ ການບໍລິການສາທາລະນະ”.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top