• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປົກປ້ອງພົນລະເມືອງຢູ່ເຂດຖືກຜົນສະທ້ອນຈາກເຊື້ອພະຍາດ Covid-19 ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງ ຫວຽດນາມ

      ປົກປ້ອງພົນລະເມືອງຢູ່ເຂດຖືກຜົນສະທ້ອນຈາກເຊື້ອພະຍາດ Covid-19 ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງ ຫວຽດນາມນີ້ແມ່ນຄຳຢືນຢັນຂອງທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ  ໃນຕອນບ່າຍວັນທີ 5 ມີນາ ຢູ່ ຮ່າໂນ້ຍ. 

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
      ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ຕ່າງໜ້າ ຫວຽດນາມ ໃນຊຸມມື້ຜ່ານມາໄດ້ສືບຕໍ່ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍຫລາຍມາດຕະການ ເພື່ອໜູນຊ່ວຍ ແລະ ປົກປ້ອງພົນລະເມືອງ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກ ແລະ ທ່ອງທ່ຽວຢູ່ຕ່າງປະເທດ. ພິເສດແມ່ນເຂດທີ່ເກີດໂລກລະບາດ Covid-19; ບັນດາອົງການທີ່ຕ່າງໜ້າ ຫວຽດນາມ ທີ່ປະຈຳຢູ່ຕ່າງປະເທດ ໄດ້ສ້າງໂທລະສັບສາຍດ່ວນ ເພື່ອປົກປ້ອງພົນລະເມືອງ ຫວຽດນາມ ໃນຕະຫລອດ 24 ຊົ່ວໂມງ. ບັນດາອົງການດັ່ງກ່າວ ກໍ່ໄດ້ຕິດຕໍ່ພົວພັນ, ຢື້ຢາມຖາມຂ່າວຕະຫລອດເວລາ ແລະ ຮຽກຮ້ອງໃຫ້ບັນດາອົງການເຈົ້າໜ້າທີ່ປະເທດປະຈຳຖິ່ນ ເອົາໃຈໃສ່, ປິ່ນປົວຢ່າງຕັ້ງໜ້າ; ປັດຈຸບັນ ສຸຂະພາບຂອງພົນລະເມືອງ ຫວຽດນາມ ທີ່ຕິດເຊື້ອ Covid-19 ລ້ວນແຕ່ມີອາການເປັນປົກກະຕິ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top