ຂ່າວສານ
ປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການປ້ອງກັນ, ຕ້ານ, ຮັບມືກັບການໃຊ້ຄວາມຮຸນແຮງທາງເພດປີ 2025
ເມື່ອກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງພາຍໃນ ຫວຽດນາມ ໃຫ້ຮູ້ວ່າ:
“ໄປຄຽງຄູ່ກັບກາລະໂອກາດ ເຊິ່ງການຫັນເປັນດີຈີຕອນນຳມາໃຫ້ນັ້ນ, ພວກເຮົາກໍພວມປະເຊີນໜ້າກັບຫຼາຍຄວາມສ່ຽງ, ສິ່ງທ້າທາຍໃນຂົງເຂດຄວາມສະເໝີພາບລະຫວ່າງຍິງ - ຊາຍ. ບັນດາສິ່ງທ້າທາຍໄດ້ດຳເນີນຢ່າງແນບນຽນ ແລະ ຄວມຄຸມໄດ້ຍາກກວ່າ ສ້າງບັນດາຄວາມຂາດສະຖຽນລະພາບໃໝ່ໃນສັງຄົມ, ໃນນັ້ນ ແມ່ຍິງ ແລະ ເດັກຍິງ ແມ່ນຜູ້ປະສົບເຄາະຮ້າຍຕົ້ນຕໍ ແມ່ນເປົ້າໝາຍທີ່ມີຄວາມສ່ຽງສູງກວ່າໝູ່”.
ທ່ານນາງ Pauline Tamesis, ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ໄດ້ເນັ້ນໜັກວ່າ ສປຊ ກຽມພ້ອມຈະເປັນຄູ່ຮ່ວມມື, ເປັນຂົວຕໍ່ ແລະ ລະດົມ, ຊ່ວຍເຫຼືອ ຫວຽດນາມ ປະຕິບັດຄວາມໝັ້ນໝາຍກ່ຽວກັບອະນາຄົດດີຈີຕອນ - ອະນາຄົດທີ່ປອດໄພ, ຍຸຕິທຳ ແລະ ເພື່ອກຽດສັກສີຂອງທຸກຄົນ ໃຫ້ປະກົດຜົນເປັນຈິງ.








