• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກ​ລະ​ດົມ​ແຫຼ່ງ​ກຳ​ລັງ​ເບິ່ງ​ແຍງ​ດູ​ແລ ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກໃນ​ໂອ​ກາດບຸນ​ເຕັດ​

ຕອນເຊົ້າວັນທີ 30 ພະຈິກ, ຢູ່ທຳນຽບປະທານປະເທດ, ປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປະທານກິດຕິມະສັກຂອງສະພາກາແດງ ຫວຽດນາມ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງຂອງສະພາກາແດງເພື່ອຜັນຂະຫຍາຍບາງໜ້າທີ່ໜູນຊ່ວຍສັງຄົມ ໃນໂອກາດບຸນປີໃໝ່ປະຈຳຊາດ 2023 ທີ່ຈະມາເຖິງ.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)  

ໂດຍຕີລາຄາສູງສູນກາງສະພາກາແດງ ຫວຽດນາມ ທີ່ໄດ້ຜັນຂະຫຍາຍການເຄື່ອນໄຫວຊ່ວຍບັນເທົາທຸກແກ່ພໍ່ແມ່ປະຊາຊົນຢູ່ບັນດາແຂວງ, ນະຄອນທາງພາກກາງທີ່ໄດ້ຮັບຜົນສະທ້ອນຈາກໄພນ້ຳຖ້ວມຢ່າງທັນການນັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະໜັບສະໜູນສະພາກາແດງ ມີຂໍ້ລິເລີ່ມປຸກລະດົມ ບັນດາແຫຼ່ງກຳລັງໃຫ້ແກ່ຂະບວນການ “ບຸນເຕັດແຫ່ງຄວາມເມດຕາປານີ” ດ້ວຍເປົ້າໝາຍແມ່ນໜູນຊ່ວຍຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ມີຄວາມສ່ຽງສູງກ່ວາໝູ່ເນື່ອງໃນ ໂອກາດລະດູບານໃໝ່ປີແມວ ໃຫ້ໄດ້ໜຶ່ງລ້ານຄົນ. ທ່ານປະທານປະເທດ ກໍ່ເຕືອນວ່າ ສະພາກາແດງຄວນມີລາຍການ, ແຜນການຜັນຂະຫຍາຍຢ່າງລະອຽດ,  ທັງຮັບປະກັນ ການສະໜັບສະໜູນຂອງ ກະຊວງ, ຂະແໜງການ ແລະ ທ້ອງຖິ່ນທຸກຂັ້ນ, ທັງປຸກລະດົມໄດ້ແຫຼ່ງກຳລັງຈາກສັງຄົມເພື່ອເບິ່ງແຍງດູແລ ຜູ້ທຸກຍາກ ແລະ ຜູ້ປະສົບກັບຄວາມຫຍຸ້ງຍາກໃນໂອກາດບຸນເຕັດ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະແດງຄວາມຊົມເຊີຍທີ່ສະພາກາແດງ ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມສະພາກາແດງ - ຊີກວົງເດືອນແດງ ພາກພື້ນ ອາຊີ - ປາຊີຟິກ ໃນປີ 2023.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top