• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລຸກຄວາມເອກອ້າງທະນົງໃຈ “ຄວາມຄາດຫວັງຂອງໄວໜຸ່ມ - ແປວໄຟ 3 ກ່ຽມພ້ອມແຈ້ງສະຫວ່າງຕະຫຼອດໄປ”

ລາຍການໂດຍມີການເຂົ້າຮ່ວມຂອງຕົວພະຍານປະຫວັດສາດຫຼາຍຄົນທີ່ເຂົ້າຮ່ວມຂະບວນການ “3 ກ່ຽມພ້ອມ” ແລະ ສະມາຊິກຊາວໜຸ່ມ, ໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ກວ່າ 2.500 ຄົນ.
ທີ່ລາຍການ “ຄວາມຄາດຫວັງຂອງໄວໜຸ່ມ - ແປວໄຟ 3 ກ່ຽມພ້ອມແຈ້ງສະຫວ່າງຕະຫຼອດໄປ” (ພາບ: VGP)

ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງຂະບວນການ “3 ກ່ຽມພ້ອມ” (ເດືອນ ສິງຫາ 1964 - ສິງຫາ 2024), ຕອນຄ່ຳວັນທີ 09 ສິງຫາ, ຢູ່ສະໜາມຫຼວງປະຕິວັດເດືອນສິງຫາ ແລະ ສະຖານີລົດໄຟ ຢາເລິມ, ຮ່າໂນ້ຍ, ໄດ້ຈັດລາຍການສະແດງສີລະປະການເມືອງ “ຄວາມຄາດຫວັງຂອງໄວໜຸ່ມ - ແປວໄຟ 3 ກ່ຽມພ້ອມແຈ້ງສະຫວ່າງຕະຫຼອດໄປ”.

        ລາຍການໂດຍມີການເຂົ້າຮ່ວມຂອງຕົວພະຍານປະຫວັດສາດຫຼາຍຄົນທີ່ເຂົ້າຮ່ວມຂະບວນການ “3 ກ່ຽມພ້ອມ” ແລະ ສະມາຊິກຊາວໜຸ່ມ, ໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ກວ່າ 2.500 ຄົນ. ຕາມທ່ານນາງເລຂາຄະນະຊາວໜຸ່ມນະຄອນຫຼວງ ຮ່າໂນ້ຍ ຈູຮົ່ງມິງ ແລ້ວ, “3 ກ່ຽມພ້ອມ” ແມ່ນໜຶ່ງໃນບັນດາຂະບວນການກະທຳປະຕິວັດໃຫຍ່ທີ່ສຸດຂອງໄວໜຸ່ມນະຄອນຫຼວງ ແລະ ໄວໜຸ່ມ ຫວຽດນາມ ໃນສະຕະວັດທີ 20, ແມ່ນມໍລະດົກ ແລະ ຄວາມເອກອ້າງທະນົງໃຈເພື່ອໃຫ້ໄວໜຸ່ມນະຄອນຫຼວງຜັນຂະຫຍາຍບັນດາຂະບວນການກໍ່ສ້າງນະຄອນຫຼວງ ແລະ ປົກປັກຮັກສາປະເທດຊາດໃນທຸກຂົງເຂດຂອງຊີວິດສັງຄົມໃນສະພາບການໃໝ່.

        “ຄະນະຊາວໜຸ່ມນະຄອນ ແລະ ສະມາຊິກຊາວໜຸ່ມ, ໄວໜຸ່ມນະຄອນຫຼວງ ຍາມໃດກໍ່ຢືນຢັນໜ້າທີ່ຄວາມຮັບຜິດຊອບຕໍ່ປະເທດຊາດ, ຄວາມຮັກຕໍ່ນະຄອນຫຼວງ ດ້ວຍຄວາມຄາດຫວັງໃຫຍ່, ຜ່ານບັນດາການເຄື່ອນໄຫວລະອຽດ, ແທດຈິງ; ເສີມຂະຫຍາຍບົດບາດປະຈັນບານ, ປະດິດຄິດສ້າງຂອງໄວໜຸ່ມໃນການປະຕິບັດໜ້າທີ່ການເມືອງຂອງປະເທດຊາດ ແລະ ນະຄອນຫຼວງຢ່າງມີໄຊ.”

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ຕອນເຊົ້າວັນທີ 11 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງກ່ຽວກັບການສ້າງໂຄງປະກອບ ແລະ ຈັດສັນລະບົບການຈຳໜ່າຍນ້ຳມັນເຊື້ອໄຟຄືນໃໝ່.

Top