![](https://imagevietnam.vnanet.vn/Upload/2021/10/4/04102021104014929phat_niyl.jpeg)
“ສັບປະດາສະໜັບສະໜູນການຮ່ຳຮຽນຕະຫຼອດຊີວິດປີ 2021” ດ້ວຍຫົວຂໍ້ “ຫັນເປັນດີຈີຕອນ ແລະ ກາລະໂອກາດຮ່ຳຮຽນຕະຫຼອດຊີວິດໃຫ້ທຸກໆຄົນໃນສະພາບເກີດໂລກລະບາດໂຄວິດ-19” ໄດ້ດຳເນີນໃນລະຫວ່າງວັນທີ 01 – 07 ຕຸລາ 2021.
ໂດຍຕອບສະໜອງເຫດການດັ່ງກ່າວ, ຕອນເຊົ້າວັນທີ 03 ຕຸລາ, ຂະແໜງສຶກສາ ແລະ ບຳລຸງສ້າງແຂວງ ເງະອານ ໄດ້ຜັນຂະຫຍາຍບັນດາລາຍການເຄື່ອນໄຫວຂອງສັບປະດາແບບທາງໄກ ສົມທົບກັບໂດຍກົງ ເພື່ອແນໃສ່ແຜ່ຂະຫຍາຍສານ ແລະ ນຳຫົວຂໍ້ຂອງສັບປະດາເຂົ້າສູ່ຊີວິດຢ່າງແທດຈິງ; ຜັນຂະຫຍາຍບັນດາລາຍການຮ່ຳຮຽນແບບທາງໄກ, ຍູ້ແຮງການນຳໃຊ້ວິທະຍາສາດໃນການສອນ, ການຮຽນ, ສົ່ງເສີມໃຫ້ປະຊາຊົນເຂົ້າຮ່ວມເວທີປາໄສ, ພົບປະແລກປ່ຽນແບ່ງປັນກ່ຽວກັບປື້ມ, ວັດທະນະທຳການອ່ານ, ຄົ້ນຄວ້າວິທະຍາສາດ… ປະກອບສ່ວນສ້າງປະຊາຄົມຮ່ຳຮຽນແບບທາງໄກ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 02 ຕຸລາ, ນະຄອນ ເກີນເທີ ໄດ້ຈັດພິທີສະເຫຼີມສະຫຼອງວັນສົ່ງເສີມການຮຽນຫວຽດນາມ ຄືວັນທີ 02 ຕຸລາ ແລະ ປຸກລະດົມສັບປະດາຮ່ຳຮຽນຕະຫຼອດຊີວິດປີ 2021. ທີ່ພິທີ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີນເທີ ເຢືອງເຕີນຮຽນ ສະເໜີໃຫ້ອຳນາດການປົກຄອງທຸກຂັ້ນ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສັງຄົມໃນບໍລິເວນແຂວງ ຈົ່ງສ້າງເງື່ອນໄຂຜັນຂະຫຍາຍບັນດາລາຍການຮໍ່່າຮຽນແບບທາງໄກ, ຍູ້ແຮງການນຳໃຊ້ວິທະຍາສາດເຕັກໂນໂລຊີຂໍ້ມູນຂ່າວສານໃນການເຄື່ອນໄຫວສິດສອນ ແລະ ຮ່ຳຮຽນ.