• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມປີຈະລາຈອນ 2021 ຢ່າງປອດໄພ

      ຕັດສິນໃຈຫຼຸດອັດຕາກໍລະນີເກີດອຸປະຕິເຫດ, ຈຳນວນຜູ້ເສຍຊີວິດ, ຜູ້ຮັບບາດເຈັບຍ້ອນ ອຸປັດຕິເຫດໃນການຈະລາຈອນລົງແຕ່ 5 – 10% ເມື່ອທຽບໃສ່ປີ 2020.

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ກ່າວຄຳເຫັນທີ່ພິທີ (ພາບ: qdnd.vn)
      ຕອນເຊົ້າວັນທີ 5 ມັງກອນ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດກ່ຽວກັບຄວາມປອດໄພໃນການຈະລາຈອນ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງ ພິທີປຸກລະດົມເຄື່ອນພົນ ປີຈະລາຈອນ 2021 ຢ່າງປອດໄພ ແລະ ບັ້ນເຄື່ອນໄຫວຈຸດສູງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈະລາຈອນ ເນື່ອງໃນໂອກາດ ບຸນປີໃໝ່ປະຈຳຊາດປີສະລຸ ແລະ ງານບຸນລະດູບານໃໝ່ ປີ 2021. ກ່າວຄຳເຫັນປຸກລະດົມທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ຮຽກຮ້ອງໃຫ້ຄະນະກຳມະການແຫ່ງຊາດກ່ຽວກັບຄວາມປອດໄພໃນການຈະລາຈອນ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຊີ້ນຳ ແລະ ຈັດຕັ້ງຜັນຂະຫຍາຍປະຕິບັດ ແຜນການ  ປີຈະລາຈອນ 2021 ຢ່າງປອດໄພ  ດ້ວຍຫົວຂໍ້ “ຍົກສູງປະສິດທິພາບ, ປະສິດທິຜົນການປະຕິບັດກົດໝາຍໃນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈະລາຈອນ” ໃຫ້ມີປະສິດທິຜົນ; ຕັດສິນໃຈຫຼຸດຜ່ອນອັດຕາກໍລະນີເກີດອຸປະຕິເຫດ, ຈຳນວນຜູ້ເສຍຊີວິດ, ຜູ້ຮັບບາດເຈັບຍ້ອນ ອຸປັດຕິເຫດໃນການຈະລາຈອນລົງແຕ່ 5 – 10% ເມື່ອທຽບໃສ່ປີ 2020 ແລະ  ປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຢ່າງເຂັ້ມງວດ.
(ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top