• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມຂະບວນການແຂ່ງຂັນຕັດສິນໃຈປະຕິບັດສຳເລັດເປົ້າໝາຍເຕີບໂຕ 2 ຕົວເລກ

ທ່ານນາຍົກລັດຖະມົນຕີສະເໜີວ່າ ຂະບວນການແຂ່ງຂັນຕ້ອງສ້າງໄດ້ບາດກ້າວບຸກທະລຸ, ເປັນເອກະພາບດ້ານຄວາມຮັບຮູ້, ຈິນຕະນາການ ແລະ ການກະທຳໃນທົ່ວລະບົບການເມືອງ.
  (ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ)  

ຕ​ອ​ນ​ເຊົ້າ​ວັນ​ທີ 15 ເມ​ສາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ (ທີ່ ຮ່າ​ໂນ້ຍ), ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 1 ສະ​ພາ​ແຂ່ງ​ຂັນ- ຍ້ອງ​ຍໍ​ສູນ​ກາງ. ທີ່​ວາ​ລະ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ສະ​ເໜີ​ປຸກ​ລະ​ດົມ​ຂະ​ບ​ວນ​ການ “ທົ່ວ​ປະ​ເທດ​ຕັດ​ສິນ​ໃຈ​ພັດ​ທະ​ນາ​ເສ​ດ​ຖະ​ກິດ, ສັງ​ຄົມ, ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ເຕີບ​ໂຕ 2 ຕົວ​ເລກ​ແບບ​ຍືນ​ຍົງ ໄລ​ຍະ 2026 – 2030”.

ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີສະ​ເໜີ​ວ່າ ຂະ​ບວນ​ການ​ແຂ່ງ​ຂັນ​ຕ້ອງ​ສ້າງ​ໄດ້​ບາດ​ກ້າວ​ບຸກ​ທະ​ລຸ, ເປັນ​ເອ​ກະ​ພາບ​ດ້ານ​ຄວາມ​ຮັບ​ຮູ້, ຈິນ​ຕະ​ນາ​ການ ແລະ ການ​ກະ​ທຳ​ໃນ​ທົ່ວ​ລະ​ບົບ​ການ​ເມືອງ.

“ພວກ​ເຮົາ​ຕ້ອງ​ເປັນ​ເອ​ກະ​ພາບ​ຄວາມ​ຮັບ​ຮູ້, ຈິນ​ຕະ​ນາ​ການ ແລະ ການ​ກະ​ທຳ ແລະ ປຸກ​ລຸກ​ຄວາມ​ຄາດ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາດ. ຢາກ​ເຮັດ​ໄດ້​ຄື​ແນວນັ້ນ ບໍ່​ພຽງ​ແຕ່​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນເທົ່າ​ນັ້ນ ຫາກ​ບັນ​ດາ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ລ້ວນ​ແຕ່​​ຕ້ອງເຂົ້າ​ຮ່ວມ​ເປົ້າ​ໝາຍ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ 2 ຕົວ​ເລກ​ອີກ​ດ້ວຍ. ​ດັ່ງນັ້ນ, ໜ້າ​ທີ່​ແຂ່ງ​ຂັນ​ຕ້ອງ​ປຸກ​ລຸກ​ທົ່ວສັງ​ຄົມ ຫາກບໍ່​ພ​ຽງ​ແຕ່​ແມ່ນ​ກົງ​ຈັກ​ອຳ​ນາດ​ການ​ປົ​ກ​ຄອງ​ທຸກ​ຂັ້ນ​ເທົ່າ​ນັ້ນ ແຕ່​ທັງ​ລະ​ບົບ​ການ​ເມືອງ​ຕ້ອງ​ເຂົ້າ​ຮ່ວມ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຫຼຸ​ດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ລົງ​ເປັນ 0

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຫຼຸ​ດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ລົງ​ເປັນ 0

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຍົກ​ອອກ 03 ການກຳ​ນົດ​ທິດ​​ການ​ຮ່ວມ​ມື​ທີ່​ສຳ​ຄັນ ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ພະ​ລັງ​ງານ ແລະ ຮັກ​ສາ​ລະ​ບົບ​ສະ​ໜອງ.

Top