ການແຂ່ງຂັນດັ່ງກ່າວຖືກຈັດຂຶ້ນເພື່ອຮັບຮູ້ ແລະ ເຊີດຊູບັນດານັກຂ່າວ, ຜະລິດຕະພັນສື່ມວນຊົນ ແລະ ປື້ມ ທີ່ດີເດັ່ນໃນຂົງເຂດຖະແຫລງຂ່າວການຕ່າງປະເທດ. ນີ້ກໍ່ແມ່ນຫນຶ່ງໃນ 4 ລາງວັນລະດັບຊາດ, ມີຂອບຂະຫນາດໃຫຍ່ສຸດໃນຂົງເຂດສື່ມວນຊົນຂອງຫວຽດນາມ. ກ່າວຄຳເຫັນນະທີ່ນີ້ ທ່ານ ບູ່ຍເຈື່ອງຢາງ, ຮອງຫົວຫນ້າຄະນະໂຄສະນາສຶກສາສູນກາງ, ຮອງຫົວຫນ້າຄະນະປະຈຳຄະນະຊີ້ນຳວຽກງານຖະແຫລງຂ່າວການຕ່າງປະເທດ ຢືນຢັນວ່າ:
“ໃນຊຸມປີຜ່ານມາ ພັກ, ລັດ ມີຄວາມເອົາໃຈໃສ່ເຖິງວຽກງານຖະແຫລງຂ່າວການຕ່າງປະເທດ. ຜ່ານການຈັດຕັ້ງມາເປັນ 4 ຄັ້ງ, ການແຂ່ງຂັນການຖະແຫລງຂ່າວການຕ່າງປະເທດໃນທົ່ວປະເທດແມ່ນຮູບການຫນຶ່ງໃນການຖະແຫລງຂ່າວການຕ່າງປະເທດທີ່ມີອິດທິພົນຊື່ສຽງ, ປະກອບສ່ວນໂຄສະນາບັນດາຜົນງານພັດທະນາເສດຖະກິດສັງຄົມ, ການປ່ຽນແປງໃຫມ່ຂອງປະເທດຫວຽດນາມ ທີ່ມີຄວາມຂະຫຍັນຂັນເຄື່ອນ, ເປັນເຈົ້າການ, ຕັ້ງຫນ້າ, ເຊື່ອມໂຍງເຂົ້າກັບສາກົນ ແລະ ແມ່ນສະມາຊິກມີຄວມຮັບຜິດຊອບໃນປະຊາຄົມສາກົນ.”
ບັນດາບົດເຂົ້າຮ່ວມການແຂ່ງຂັນ ເປັນພາສາຫວຽດ ແລະ ພາສາຕ່າງປະເທດ ຂຶ້ນກັບ ສື່ສິ່ງພິມ, ສື່ເອເລັກໂຕນິກ, ຫນ້າແວບ, ກະຈາຍສຽງ, ໂທລະພາບ, ຂ່າວພາບ, ພາບທິວທັດທຳມະຊາດ ແລະ ປື້ມ ທີ່ໄດ້ລົງຜ່ານບັນດາພາຫະນະສື່ມວນຊົນ ທີ່ຖືກຕ້ອງກັບກົດໝຍຂອງຫວຽດນາມ ຫລື ໃນສື່ມວນຊົນຕ່າງປະເທດໃນປີ 2018. ການມອບລາງວັນຈະຖືກຈັດຂຶ້ນໃນເດືອນພຶດສະພາປີ 2019.
(ແຫຼ່ງຄັດຈາກ VOV)