• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມການປະຕິບັດເດືອນມະນຸດສະທຳ “ເພື່ອທຸກຄົນ, ຢູ່ທຸກຫົນແຫ່ງ” ປີ 2018 ຢ່າງມີປະສິດທິຜົນ

      ຕອນເຊົ້າວັນທີ 05 ພຶດສະພາ, ສະພາກາແດງນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີປຸກລະດົມ “ເດືອນມະນຸດສະທຳ” ດ້ວຍຫົວຂໍ້ວ່າ “ມະນຸດສະທຳ - ຈາກຄວາມຮັບຮູ້ຕະຫລອດຮອດການກະທຳ”; ສະເຫຼີມສະຫຼອງວັນກາແດງ - ກາຊີກວົງເດືອນແດງສາກົນ 08/05 ດ້ວຍຫົວຂໍ້ວ່າ “ເພື່ອທຸກຄົນ, ຢູ່ທຸກຫົນແຫ່ງ” ແລະ ພົບປະແລກປ່ຽນຊອກຮູ້ “ສັນຍາລັກກາແດງ”
      
ປຸກລະດົມການປະຕິບັດເດືອນມະນຸດສະທຳ “ເພື່ອທຸກຄົນ, ຢູ່ທຸກຫົນແຫ່ງ” ປີ 2018 ຢ່າງມີປະສິດທິຜົນ
      ທີ່ພິທີ, ສະພາກາແດງນະຄອນ ໂຮ່ຈີມິນ ໄດ້ຮຽກຮ້ອງໃຫ້ສະພາກາແດງແຕ່ລະຂັ້ນ, ພະນັກງານ, ສະມາຊິກສະພາກາແດງ, ອາສາສະໝັກ, ຊາວໜຸ່ມ, ເຍົາວະຊົນສະພາກາແດງນະຄອນທຸກຄົນ ຈົ່ງເພີ່ມທະວີວຽກງານສຳຫລວດກວດກາ, ກຳແໜ້ນເປົ້າໝາຍທຸກຍາກ ທັງຂົນຂວາຍໜູນຊ່ວຍໂດຍກົງ, ແທດຈິງ, ໝັ້ນຄົງ, ຖືກກັບເປົ້າໝາຍ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ຂອງບັນດາອົງການສະພາກາແດງໃຫ້ຖືກຕ້ອງຕາມເນື້ອໃນຈິດໃຈຂອງບັ້ນຂົນຂວາຍ “ແຕ່ລະອົງການຈັດຕັ້ງ, ແຕ່ລະຄົນຕິດພັນກັບທີ່ຢູ່ມະນຸດສະທຳ” ແນໃສ່ຂົນຂວາຍແຫຼ່ງກຳລັງ, ດຶງດູດບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ຜູ້ມີໃຈບຸນໃຈກຸສົນສະໜັບສະໜູນເຂົ້າຮ່ວມ “ເດືອນມະນຸດສະທຳ” ດ້ວຍຮູບການຫລາຍຮູບຫລາຍແບບ, ເໝາະສົມກັບຄວາມສາມາດ.
 (ແຫຼ່ງຄັດຈາກ VOV)

ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ແລະ ລາວ

ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ແລະ ລາວ

​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອນ​ໄຊ ສີ​ພັນ​ດອນ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ແຂວງ​ຝູ​ເຖາະ​ຈະ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຈັດ​​ບັນ​ດ​າ​ການ​ເຄື່ອນ​ໄຫວ​ແນ​ໃສ່​ຍູ້​ແຮງ​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ການສຶກ​ສາ​​ໃຫ້ໄວ​ໜຸ່ມ ກ່ຽວ​ກັບ​ມູນ​ເຊື້ອ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ຊາດ.

Top