ຂ່າວສານ

ປຸກລະດົມການປະຕິບັດເດືອນມະນຸດສະທຳ “ເພື່ອທຸກຄົນ, ຢູ່ທຸກຫົນແຫ່ງ” ປີ 2018 ຢ່າງມີປະສິດທິຜົນ

      ຕອນເຊົ້າວັນທີ 05 ພຶດສະພາ, ສະພາກາແດງນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີປຸກລະດົມ ເດືອນມະນຸດສະທຳດ້ວຍຫົວຂໍ້ວ່າ ມະນຸດສະທຳ - ຈາກຄວາມຮັບຮູ້ຕະຫລອດຮອດການກະທຳ”; ສະເຫຼີມສະຫຼອງວັນກາແດງ - ກາຊີກວົງເດືອນແດງສາກົນ 08/05 ດ້ວຍຫົວຂໍ້ວ່າ ເພື່ອທຸກຄົນ, ຢູ່ທຸກຫົນແຫ່ງແລະ ພົບປະແລກປ່ຽນຊອກຮູ້ ສັນຍາລັກກາແດງ
      
ປຸກລະດົມການປະຕິບັດເດືອນມະນຸດສະທຳ “ເພື່ອທຸກຄົນ, ຢູ່ທຸກຫົນແຫ່ງ” ປີ 2018 ຢ່າງມີປະສິດທິຜົນ
      ທີ່ພິທີ, ສະພາກາແດງນະຄອນ ໂຮ່ຈີມິນ ໄດ້ຮຽກຮ້ອງໃຫ້ສະພາກາແດງແຕ່ລະຂັ້ນ, ພະນັກງານ, ສະມາຊິກສະພາກາແດງ, ອາສາສະໝັກ, ຊາວໜຸ່ມ, ເຍົາວະຊົນສະພາກາແດງນະຄອນທຸກຄົນ ຈົ່ງເພີ່ມທະວີວຽກງານສຳຫລວດກວດກາ, ກຳແໜ້ນເປົ້າໝາຍທຸກຍາກ ທັງຂົນຂວາຍໜູນຊ່ວຍໂດຍກົງ, ແທດຈິງ, ໝັ້ນຄົງ, ຖືກກັບເປົ້າໝາຍ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ຂອງບັນດາອົງການສະພາກາແດງໃຫ້ຖືກຕ້ອງຕາມເນື້ອໃນຈິດໃຈຂອງບັ້ນຂົນຂວາຍ “ແຕ່ລະອົງການຈັດຕັ້ງ, ແຕ່ລະຄົນຕິດພັນກັບທີ່ຢູ່ມະນຸດສະທຳ” ແນໃສ່ຂົນຂວາຍແຫຼ່ງກຳລັງ, ດຶງດູດບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ຜູ້ມີໃຈບຸນໃຈກຸສົນສະໜັບສະໜູນເຂົ້າຮ່ວມ “ເດືອນມະນຸດສະທຳ” ດ້ວຍຮູບການຫລາຍຮູບຫລາຍແບບ, ເໝາະສົມກັບຄວາມສາມາດ.
 (ແຫຼ່ງຄັດຈາກ VOV)


top