• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຶກສາຫາລືດ້ານການເມືອງລະຫວ່າງຫວຽດນາມ ແລະ ອາແຊກໄບຢານ

ວັນທີ 12 ມີນາ ຢູ່ ຮ່າໂນ້ຍ,  ທ່ານ ບູ່ຍແທງເຊີນ, ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ  ແລະ ທ່ານ Ramiz Hasanov    ຮອງລັດຖະມົນຕີການຕ່າງປະເທດ ອາແຊກໄບຢານ ໄດ້ດຳເນີນການປຶກສາຫາລືດ້ານການເມືອງ ເພື່ອແນໃສ່ແລກປ່ຽນສະພາບການການພົວພັນສອງຝ່າຍ ກໍຄື ບາງບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ປຶກສາຫາລືດ້ານການເມືອງລະຫວ່າງຫວຽດນາມ ແລະ ອາແຊກໄບຢານ 
 

ຮອງລັດຖະມົນຕີ ທັງສອງທ່ານ ໄດ້ຢືນຢັນ ຢາກຊຸກຍູ້ການຮ່ວມມືຫລາຍດ້ານລະຫວ່າງສອງປະເທດກວ່າອີກ. ສອງຝ່າຍເຫັນດີ ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ ພິເສດແມ່ນການພົບປະຂັ້ນສູງ, ສືບຕໍ່ສ້າງກອບກົດໝາຍໃຫ້ແກ່ການຮ່ວມມືສອງຝ່າຍໃຫ້ສົມບູນແບບ.ພິເສດໃນບັນດາຂົງເຂດສົ່ງເສີມ ແລະ ອາລັກຂາການລົງທຶນ, ກະສິກຳ, ການສຶກສາ ບຳລຸງສ້າງ, ເປີດກວ້າງການຮ່ວມມືໃນທຸກຂົງເຂດ.

ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ ພິເສດຢູ່ ສປຊ.

(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top