ວັນທີ 12 ມີນາ ຢູ່ ຮ່າໂນ້ຍ, ທ່ານ ບູ່ຍແທງເຊີນ, ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ Ramiz Hasanov ຮອງລັດຖະມົນຕີການຕ່າງປະເທດ ອາແຊກໄບຢານ ໄດ້ດຳເນີນການປຶກສາຫາລືດ້ານການເມືອງ ເພື່ອແນໃສ່ແລກປ່ຽນສະພາບການການພົວພັນສອງຝ່າຍ ກໍຄື ບາງບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ປຶກສາຫາລືດ້ານການເມືອງລະຫວ່າງຫວຽດນາມ ແລະ ອາແຊກໄບຢານ
ຮອງລັດຖະມົນຕີ ທັງສອງທ່ານ ໄດ້ຢືນຢັນ ຢາກຊຸກຍູ້ການຮ່ວມມືຫລາຍດ້ານລະຫວ່າງສອງປະເທດກວ່າອີກ. ສອງຝ່າຍເຫັນດີ ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ ພິເສດແມ່ນການພົບປະຂັ້ນສູງ, ສືບຕໍ່ສ້າງກອບກົດໝາຍໃຫ້ແກ່ການຮ່ວມມືສອງຝ່າຍໃຫ້ສົມບູນແບບ.ພິເສດໃນບັນດາຂົງເຂດສົ່ງເສີມ ແລະ ອາລັກຂາການລົງທຶນ, ກະສິກຳ, ການສຶກສາ ບຳລຸງສ້າງ, ເປີດກວ້າງການຮ່ວມມືໃນທຸກຂົງເຂດ.
ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ ພິເສດຢູ່ ສປຊ.
(ແຫຼ່ງຄັດຈາກ VOV)