ຈາກບັນດາປະເທດເກາະ ປາຊີຟິກ, ເຊິ່ງເປັນບ່ອນທຳອິດຕ້ອນຮັບປີໃໝ່ ຕະຫຼອດຮອດບັນດາປະເທດຢູ່ເຄິ່ງຊີກໂລກຕາເວັນຕົກ, ປີໃໝ່ໄດ້ວຽນຮອດມາແລ້ວ. ໃນສະພາບການໂລກຫາກໍຜ່ານຜ່າປີໜຶ່ງທີ່ມີ ການຜັນແປຫຼາຍຢ່າງ ນັບທັງທາງດ້ານການເມືອງ, ເສດຖະກິດ ແລະ ສິ່ງແວດລ້ອມ, ຄວາມຄາດຫວັງກ່ຽວກັບສັນຕິພາບ ແລະ ສະຖຽນລະພາບເພື່ອການພັດທະນາ ແມ່ນມີຄວາມຈຳເປັນ ແລະ ຮີບດ່ວນກວ່າເວລາໃດໝົດສຳລັບທຸກໆປະເທດ.
ສັນຕິພາບອີງໃສ່ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງ
ໃນສານສົ່ງໄປກ່ອນປີໃໝ່, ວັນທີ 29 ທັນວາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຢ້ຳຄືນບັນດາຄວາມເຈັບປວດ ເຊິ່ງມະນຸດຕ້ອງແບກຫາບໃນປີຜ່ານມາ ຍ້ອນສົງຄາມ, ຄວາມອຶດຫິວ ແລະ ບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດນັບມື້ນັບຮ້າຍແຮງ. ຕາມທ່ານເລຂາທິການໃຫຍ່ ສປຊ, ມວນມະນຸດໄດ້ກ້າວເຂົ້າສູ່ຈຸດເວລາທີ່ມະນຸດຕ້ອງປະເຊີນໜ້າກັບຄວາມເຈັບປວດ, ສ່ວນໜ່ວຍໂລກກໍຕົກເຂົ້າສູ່ສະພາບຊຸດໂຊມ. ດັ່ງນັ້ນ, ຕາມຫົວໜ້າອົງການຈັດຕັ້ງຫຼາຍຝ່າຍໃຫຍ່ສຸດໃນໂລກແລ້ວ, ທຸກປະເທດ, ບັນດາປະຊາຄົມຕ້ອງອັດປີເກົ່າໄວ້ດ້ວຍວິທີຢຸດຕິການຖີ້ມໂທດໃສ່ກັນ, ເພື່ອສາມາດຈັບມືກັນໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຟື້ນຟູຄວາມຫວັງຄືນໃໝ່:
“ປີ 2024 ຕ້ອງເປັນປີເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຟື້ນຟູຄວາມຫວັງຄືນໃໝ່. ພວກເຮົາຕ້ອງຜ່ານຜ່າການແບ່ງແຍກເພື່ອຊອກຫາບັນດາມາດຕະການລວມ ແກ່ການເຄື່ອນໄຫວເພື່ອດິນຟ້າອາກາດ, ສ້າງກາລະໂອກາດແກ່ດ້ານເສດຖະກິດ ແລະ ລະບົບການເງິນທົ່ວໂລກຢ່າງຍຸຕິທຳກວ່າ ເພື່ອຮັບໃຊ້ໃຫ້ໝົດທຸກຄົນ. ພວກເຮົາຕ້ອງພ້ອມກັນລຸກຂຶ້ນ ຕ້ານການແບ່ງແຍກ ແລະ ຄວາມຄຽດແຄ້ນ ເຊິ່ງພວມທຳລາຍສາຍພົວພັນລະຫວ່າງບັນດາປະເທດ ແລະ ປະຊາຄົມຕ່າງໆ.”
ໃນບົດປາໄສອວຍພອນປີໃໝ່, ທ່ານປະທານາທິບໍດີ ລັດເຊຍ, Vladimir Putin, ໄດ້ເນັ້ນໜັກເຖິງຄວາມຮັກແພງ ແລະ ບັນດາຄຸນຄ່າຂອງຄອບຄົວ. ຕາມທ່ານປະທານາທິບໍດີ ລັດເຊຍ ແລ້ວ, ໃນຍຸກສະໄໝທີ່ເຕັມໄປດ້ວຍການຜັນແປນັ້ນ, ຄຸນຄ່າທີ່ເປັນມູນເຊື້ອຂອງຄອບຄົວຍາມໃດກໍເປັນພື້ນຖານອັນໝັ້ນແກ່ນຂອງບັນດາສາຍພົວພັນສັງຄົມທີ່ກວ້າງໃຫຍ່ກວ່າ ແລະ ແມ່ນປັດໄຈເພື່ອສ້າງໂລກແຫ່ງທີ່ມີຄວາມປອດໄພ ແລະ ຮັກແພງກັນກວ່າ.
“ບໍ່ວ່າຈະຢູ່ໃນຍຸກສະໄໝໃດ, ປີໃໝ່ ກໍຄືເປັນການເປີດຄວາມຫວັງໃໝ່, ດ້ວຍບັນດາຄວາມປາດຖະໜາຢາກໃຫ້ຜູ້ທີ່ຕົນຮັກມີຄວາມສຸກ. ຢູ່ປະເທດ ລັດເຊຍ, ປີໃໝ່ 2024 ໄດ້ຮັບການຄັດເລືອກວ່າ ເປັນປີຂອງຄອບຄົວ. ຄອບຄົວໃຫຍ່ຢ່າງແທ້ຈິງ ເປັນບ່ອນທີ່ເດັກໆໄດ້ເຕີບໃຫຍ່, ເປັນບ່ອນທີ່ມີເຕັມໄປດ້ວຍຄວາມເອົາໃຈໃສ່, ການເບິ່ງແຍງດູແລພໍ່ແມ່ ແລະ ຄວາມຮັກ, ຄວາມເຄົາລົບເຊິ່ງກັນແລະກັນຢ່າງແທ້ຈິງ. ການເຊື່ອມຕໍ່ຈາກລຸ້ນຕໍ່ລຸ້ນ ແລະ ຄວາມຮັກທີ່ມີຕໍ່ຄອບຄົວນີ້ເອງ ແມ່ນອູ່ປຸກລຸກ ແລະ ຫຼໍ່ລ້ຽງການອຸດທິດສ່ວນຕໍ່ປະເທດຊາດ”.
ໂດຍຢັ້ງຢືນຄວາມໄວ້ເນື່ອເຊື່ອໃຈ ແມ່ນເສົາຄ້ຳເພື່ອສ້າງບັນດາສາຍພົວພັນໃນມື້ທຳອິດຂອງປີໃໝ່ (ວັນທີ 1 ມັງກອນ), ປະມຸກລັດຂອງ 2 ພື້ນຖານເສດຖະກິດໃຫຍ່ສຸດໃນໂລກ ນັ້ນແມ່ນທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ກໍ່ໄດ້ສົ່ງສານອວຍພອນປີໃໝ່ໃຫ້ກັນ ໂດຍເນັ້ນໜັກວ່າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ອາເມລິກາ - ຈີນ ຄົບຮອບ 45 ປີ (1979 – 2024), ປີ 2024 ແມ່ນໂອກາດເພື່ອໃຫ້ 2 ປະເທດ ປັບປຸງຄວາມໄວ້ເນື່ອເຊື່ອໃຈ, ຜ່ານນັ້ນ ກໍ່ຄວບຄຸມການແກ້ງແຍ້ງໃນສາຍພົວພັນລະຫວ່າງ 2 ປະເທດ ຢ່າງມີຄວາມຮັບຜິດຊອບ ເພື່ອສະຖຽນລະພາບ, ການພັດທະນາຂອງສອງປະເທດ ກໍຄືພາກພື້ນ ແລະ ໃນໂລກ.
ປີແຫ່ງການຄັດເລືອກທີ່ມີລັກສະນະຕັດສິນຊີ້ຂາດ
ໂດຍຕັດສິນໃຈຟື້ນຟູຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງ ແຕ່ໂລກກ້າວເຂົ້າສູ່ປີໃໝ່ດ້ວຍສິ່ງທ້າທາຍໃຫຍ່ຫຼວງຫຼາຍຢ່າງ. ບັນດາການປະທະກັນແກ່ຍາວ ແລະ ແງ່ຫວັງດ້ານເສດຖະກິດທົ່ວໂລກທີ່ມີສັນຍານບໍ່ຄ່ອຍຕັ້ງໜ້າປານໃດ ໄດ້ເພີ່ມກຳລັງກົດດັນຕໍ່ຫຼາຍປະເທດ, ພາກພື້ນ ໃນສະພາບການທີ່ປີນີ້ ຈະດຳເນີນຫຼາຍເຫດການການເມືອງໃຫຍ່.
ຢູ່ເອີຣົບ, ໃນ 2 – 3 ອາທິດຈະມາເຖິງ, ບັນດາປະມຸກລັດຂອງສະມາຊິກ ສະຫະພາບເອີຣົບ (EU) ຈະຕ້ອງໂຮມປະຊຸມເພື່ອຊອກຫາມາດຕະການແກ້ໄຂຈຸດອຸດຕັນໃນຄວາມມານະພະຍາຍາມຮັກສາການຊ່ວຍເຫຼືອເສດຖະກິດ - ການທະຫານທີ່ແກ່ຍາວໃຫ້ແກ່ ຢູແກຼນ. ກຳລັງກົດດັ່ນຕ້ອງມີການເຄື່ອນໄຫວຢ່າງວ່ອງໄວນັ້ນ ກຳລັງເປັນພາລະອັນໜັກໜ່ວງສຳລັບບັນດາການນຳ EU ເພາະວ່າ ການເລືອກຕັ້ງລັດຖະສະພາເອີຣົບ, ຈະດຳເນີນໃນເດືອນ ມິຖຸນາ, ເຊິ່ງອາດຈະສ້າງກໍລະນີການເມືອງທີ່ຍາກຈະຄາດຄະເນໄດ້. ດັ່ງນັ້ນ, ຕາມທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລ້ວ, ປີນີ້ ແມ່ນປີແຫ່ງການຄັດເລືອກທີ່ມີລັກສະນະຕັດສິນຊີ້ຂາດສຳລັບເອີຣົບ.
ສຳລັບສັນຖະປະປາ Francis, ປີ ນີ້ກໍແມ່ນປີທີ່ ມວນມະນຸດຕ້ອງມີການຄັດເລືອກຢ່າງຂາດຂັ້ນວ່າ “ປາສະຈາກ” ສົງຄາມ. ໃນປົດກ່າວປາໄສທີ່ສົ່ງໄປຍັງນະຄອນຕ່າງໆ ແລະ ໂລກ ໃນວັນທີ 26 ທັນວາ, ສັນຖະປະປາ ກໍຮຽກຮ້ອງໃຫ້ບັນດາປະເທດ, ຊົນຊາດ ຈົ່ງຊອກຫາຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຄືນໃໝ່, ມີຄວາມກ້າຫານຢ່າງພຽງພໍ ເພື່ອເວົ້າ “ປາສະຈາກ” ສົງຄາມ, ເລີ່ມແຕ່ການເວົ້າ “ປາສະຈາກ” ກັບການຊ່ວງເສັງອາວຸດ - ທຸກເຄື່ອງມືທຳລາຍຂອງສົງຄາມ.
ໃນປີນີ້, ໄປຄຽງຄູ່ກັບການແກ້ໄຂບັນດາສິ່ງທ້າທາຍທີ່ແກ່ຍາວຈາກປີເກົ່າແລ້ວ, ມວນມະນຸດກໍຕ້ອງຍົກອອກຄຳຕັດສິນຢ່າງຈະແຈ້ງກວ່າກ່ຽວກັບການສ້າງອະນາຄົດຂອງໂລກຄືແນວໃດ. ນັບແຕ່ວັນທີ 22 – 23 ກັນຍາປີນີ້, ກອງປະຊຸມສຸດຍອດ ອະນາຄົດຂອງ ສປຊ ຈະດຳເນີນ, ດ້ວຍຈຸດປະສົງສ້າງສົນທິສັນຍາອະນາຄົດໃຫ້ມວນມະນຸດ.







