• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີທ່ອງທ່ຽວແຫ່ງຊາດ 2021, ນິງບິ່ງສູ້ຊົນຕ້ອນຮັບແຂກທ່ອງທ່ຽວ 7 ລ້ານເທື່ອຄົນ

      ພະແນກການທ່ອງທ່ຽວແຂວງສືບຕໍ່ຊຸກຍູ້, ກວດກາ, ຕິດຕາມບັນດາຫົວໜ່ວຍດຳເນີນທຸລະກິດການທ່ອງທ່ຽວ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ອະນາໄມສິ່ງແວດລ້ອມ, ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. 

ບັນດາແຂກທ່ອງທ່ຽວຜູ້ທຳອິດໃນປີ 2021 ຂອງແຂວງ ນິງບິ່ງ (ພາບ: TTXVN)
      ປີ 2021, ຂະແໜງການທ່ອງທ່ຽວແຂວງນິງບິ່ງ ໄດ້ຍົກອອກຄາດໝາຍຕ້ອນຮັບແຂກທ່ອງທ່ຽວ 7 ລ້ານເທື່ອຄົນ. ທ່ານ ບຸ່ຍວັນແມັງ ຫົວໜ້າພະແນກການທ່ອງທ່ຽວແຂວງ ນິງບິງ ໃຫ້ຮູ້ວ່າ: ແຂວງນິງບິ່ງໄດ້ກະກຽມທຸກເງື່ອນໄຂຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2021 ໃຫ້ເປັນຢ່າງດີ. ພ້ອມທັງຂົນຂວາຍບັນດາວິສາຫະກິດດຳເນີນທຸລະກິດການທ່ອງທ່ຽວຕັ້ງໜ້າຜັນຂະຫຍາຍແຜນການກະຕຸ້ນການທ່ອງທ່ຽວ, ເພີ່ມທະວີການໂຄສະນາ, ສົ່ງເສີມການທ່ອງທ່ຽວ, ຍົກສູງຄຸນນະພາບການບໍລິການ. ດ້ານໜຶ່ງ, ພະແນກການທ່ອງທ່ຽວແຂວງສືບຕໍ່ຊຸກຍູ້, ກວດກາ, ຕິດຕາມບັນດາຫົວໜ່ວຍດຳເນີນທຸລະກິດການທ່ອງທ່ຽວ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ອະນາໄມສິ່ງແວດລ້ອມ, ປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ນອກຈາກນັ້ນ, ທາງແຂວງກໍ່ໄດ້ຂຶ້ນແຜນການຈັດຕັ້ງສັບປະດາທ່ອງທ່ຽວນິງບິ່ງ 2021, ສ້າງເຂດທ່ອງທ່ຽວ ຕາມກົກ - ບິກດົ້ງ ກາຍເປັນຈຸດພົ້ນເດັ່ນແຫ່ງຄວາມສິວິໄລ, ວັດທະນະທຳ ແລະ ປອດໄພ, ເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວຢູ່ບັນດາງານຕະຫຼາດນັດ, ກອງປະຊຸມສຳມະນາການທ່ອງທ່ຽວສາກົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນບັນດາເຫດການຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2021 - ຮວາລື, ນິງບິ່ງ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top