• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປິດກອງປະ​ຊຸມ​ຄະ​ນ​ະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ເທື່ອ​ທີ 43

ພາຍຫຼັງການເຮັດວຽກມາເປັນເວລາກວ່າ 2 ວັນ, ຕອນເຊົ້າວັນທີ 25 ມີນາ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຄະນະປະຈຳສະພາແຫ່ງຊາດໄດ້ປິດກອງປະຊຸມເທື່ອທີ 43 ລົງ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ວາລະປິດ (ພາບ: TTXVN)

ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີລັດຖະບານ, ຄະນະປະຈຳການບັນດາກຳມາທິການຂອງສະພາແຫ່ງຊາດ ແລະ ບັນດາອົງການຈັດຕັ້ງກ່ຽວຂ້ອງ ຈົ່ງຜັນຂະຫຍາຍການສະຫຼຸບແຕ່ລະເນື້ອໃນ ເພື່ອປະຕິບັດບັນດາບາດກ້າວເດີນຕໍ່ໄປ. ໃນຕົ້ນເດືອນເມສານີ້, ຄະນະປະຈຳສະພາແຫ່ງຊາດຈະຈັດຕັ້ງກອງປະຊຸມສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດ ດ້ວຍຮູບແບບປະຊຸມອອນລາຍ.  ທ່ານນາງກ່າວວ່າ:

        “ຖ້າຫາກວ່າໃນເດືອນເມສານີ້ ສະພາບການໂລກລະບາດຍັງຄົງສືບຕໍ່ມີການຜັນແປຢ່າງສັບສົນ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາເວລາຈັດຕັ້ງກອງປະຊຸມ. ຫວຽດນາມ ຄວບຄຸມໂລກລະບາດໄດ້ເປັນຢ່າງດີ ແຕ່ຍັງມີປະກົດການແຜ່ລະບາດອອກສູ່ວົງຄະນະຍາດ. ຊົມເຊີຍລັດຖະບານ ທີ່ໄດ້ຊີ້ນຳທ້ອງຖິ່ນຕ່າງໆສຳຫຼວດຄືນຊາວຕ່າງປະເທດ ແລະ ຊາວຫວຽດນາມກັບມາຈາກຕ່າງປະເທດທຸກຄົນ ທີ່ພວມພັກອາໄສຢູ່ຫວຽດນາມໃນມື້ນີ້. ກຳແໜ້ນໄດ້ບັນດາຂໍ້ມູນດັ່ງກ່າວ, ພວກເຮົາຈະສະກັດກັ້ນການແຜ່ລະບາດອອກສູ່ວົງຄະນະຍາດ”.

        ທ່ານນາງ ຫງວຽນທິກິມເງິນ ກໍສະເໜີໃຫ້ເພີ່ມທະວີການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເພື່ອຊີ້ນຳ, ບໍລິຫານ ຮັບໃຊ້ປະຊາຊົນ ຜ່ານການບໍລິການສາທາລະນະອອນລາຍ, ຈຳກັດການເຕົ້າໂຮມຫຼາຍຄົນ. ໄປຄຽງຄູ່ການປ້ອງກັນ ແລະ ສະກັດກັ້ນໂລກລະບາດແລ້ວ ຕ້ອງປະຕິບັດບັນດາມາດຕະການເໝາະສົມເພື່ອໃຫ້ພື້ນຖານເສດຖະກິດ, ສັງຄົມມີຄວາມສະຫງົບເປັນປົກກະຕິ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ປ່ອຍເງິນລົງທຶນພາກລັດ, ແກ້ໄຂບັນຫານ້ຳທະເລຊືມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top