• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປິດກອງປະຊຸມສູນກາງພັກຄັ້ງທີ 9 ຊຸດທີ 12: ສ້າງບັນຍາກາດໃໝ່,ກຳລັງແຮງໃໝ່, ປະຕິບັດສຳເລັດຄາດໝາຍ, ໜ້າທີ່ປີ 2019 ຢ່າງມີໄຊ

      ກ່າວຄຳເຫັນປິດກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ອີກຄັ້ງໜຶ່ງໄດ້ເນັ້ນໜັກ ແລະ ຢັ້ງຢືນວ່າ: ພະນັກງານ ແລະ ວຽກງານພະນັກງານມີທີ່ຕັ້ງສຳຄັນອັນດັບຕົ້ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ
      ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ, ຕອນບ່າຍວັນທີ 26 ທັນວາ, ກອງປະຊຸມຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ປະຕິບັດສຳເລັດເນື້ອໃນທີ່ໄດ້ວາງອອກທັງໝົດ. ທີ່ກອງປະຊຸມ, ບັນດາກຳມະການສູນກາງພັກ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ປະກອບຫຼາຍຄຳເຫັນສຳຄັນເຂົ້າໃນບັນດາໃບຍື່ນສະເໜີ ແລະ ບົດລາຍງານ. ກົມການເມືອງສືບຕໍ່ຮັບເອົາຄຳເຫັນປະກອບຈາກສູນກາງ ແລະ ຄະນະບໍລິຫານງານສູນກາງພັກ ທີ່ໄດ້ເຫັນດີເປັນເອກະພາບສູງໃນການຮັບຮອງເອົາມະຕິຂອງກອງປະຊຸມໄດ້ຫຼາຍທີ່ສຸດ. ກໍ່ທີ່ກອງປະຊຸມ, ສູນກາງໄດ້ປ່ອນບັດລັບ ແນະນຳກຳນົດບຸກຄະລາກອນເຂົ້າໃນຄະນະບໍລິຫານງານສູນກາງພັກ ອາຍຸການ 2021 – 2026.
        ກ່າວຄຳເຫັນປິດກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ອີກຄັ້ງໜຶ່ງໄດ້ເນັ້ນໜັກ ແລະ ຢັ້ງຢືນວ່າ: ພະນັກງານ ແລະ ວຽກງານພະນັກງານມີທີ່ຕັ້ງສຳຄັນອັນດັບຕົ້ນ, ຕ້ອງດຳເນີນຢ່າງລະມັດລະວັງ, ເປັນປົກກະຕິ, ມີປະສິດທິຜົນເພື່ອແນໃສ່ສ້າງຖັນແຖວພະນັກງານໃຫ້ມີຄຸນທາດ, ກຳລັງຄວາມສາມາດ, ມີອິດທິພົນຊື່ສຽງ, ເໝາະສົມກັບໜ້າທີ່ໄດ້ຮັບມອບໝາຍ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ: “ຜົນປະໂຫຍດຂອງປະເທດ, ຂອງຊາດ, ຂອງປະຊາຊົນ, ຂອງພັກ ແມ່ນເໜືອກ່ວາສິ່ງໃດໝົດ; ແລະ ກຽດສັກສີແມ່ນສິ່ງທີ່ສັກສິດ, ມີຄ່າທີ່ສຸດສຳລັບແຕ່ລະຄົນ, ກ່ອນອື່ນໝົດແມ່ນສຳລັບພະນັກງານ, ສະມາຊິກພັກແຕ່ລະຄົນ”. ສະນັ້ນ, ແຕ່ລະຄົນຄວນປ້ອງກັນ ແລະ ຕັດສິນໃຈ, ປະຕິເສດບັນດາກົນອຸບາຍ, ຖ້ອຍທຳນອງຜິດພາດຂອງບັນດາພວກຄົນບໍ່ດີ, ສັດຕູທີ່ເສກສັນປັ້ນແຕ່ງຂຶ້ນມາ ເພື່ອກໍ່ກວນຍຸແຍ່, ຫວັງແບ່ງແຍກພາຍໃນປະເທດຊາດ.
ເນື່ອງໃນໂອກາດປີໃໝ່ສາກົນ 2019 ແລະ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດໃກ້ຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ອວຍພອນໃຫ້ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນໜ້າທີ່ການງານ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top