• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບປຸງພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ໝັ້ນຄົງໜັກແໜ້ນ

ເມື່ອຕີລາຄາກ່ຽວກັບການພົວພັນ ຫວຽດນາມ - ຈີນ ໃນປະຈຸບັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ດ້ວຍຄວາມມານະພະຍາຍາມຂອງພັກ, ລັດ ແລະ ປະຊາຊົນສອງປະເທດ

ພາບປະກອບ

ໃນຂອບເຂດການປະຕິບັດງານຢູ່ ຈີນ, ວັນທີ 4 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕອບສຳພາດສຳນັກຂ່າວສານຊິນຮວາ - ເຊິ່ງແມ່ນອົງການສື່ມວນຊົນແຖວໜ້າຂອງຈີນ.

        ເມື່ອຕີລາຄາກ່ຽວກັບການພົວພັນ ຫວຽດນາມ - ຈີນ ໃນປະຈຸບັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ດ້ວຍຄວາມມານະພະຍາຍາມຂອງພັກ, ລັດ ແລະ ປະຊາຊົນສອງປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໄດ້ຮັກສາທ່າພັດທະນາຕັ້ງໜ້າ, ບັນລຸໄດ້ບັນດາຜົນງານທີ່ເປັນໜ້າຊົມເຊີຍ. ຜົນງານໃຫຍ່ຫຼວງທີ່ສຸດ, ພົ້ນເດັ່ນທີ່ສຸດນັ້ນແມ່ນສອງປະເທດໄດ້ປັບປຸງ, ພັດທະນາການພົວພັນດ້ານການເມືອງ, ການທູດ ແລະ ເສດຖະກິດ. ຈີນ ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ ດ້ວຍວົງເງິນການຄ້າສອງສົ້ນເພີ່ມຂຶ້ນຢ່າງແຮງ; ຄວາມຜິດດ່ຽງດຸ່ນ ການຄ້າພວມຄ່ອຍໆໄດ້ຮັບການປັບປຸງ. ສອງປະເທດໄດ້ຜັນຂະຫຍາຍການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນຢ່າງຟົດຟື້ນ, ພິເສດແມ່ນລະຫວ່າງລຸ້ນໜຸ່ມ ແລະ ປະຊາຊົນບັນດາທ້ອງຖິ່ນເຂດຊາຍແດນ… ດ້ວຍບັນດາເນື້ອໃນພົວພັນແລກປ່ຽນ, ຮ່ວມມືຫຼາຍດ້ານ, ຫຼາຍສົ້ນ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ. ບັນດາໝາກຜົນນີ້ໄດ້ປະກອບສ່ວນສຳຄັນເຂົ້າໃນການປັບປຸງພື້ນຖານໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ກ່ວາອີກ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງເລື່ອງ ຈີນ ຈັດຕັ້ງ CIIE 2018, ສະແດງໃຫ້ເຫັນຈິນຕະນາການຮ່ວມມືພ້ອມກັນໄຊຊະນະ, ພ້ອມກັນມີຜົນປະໂຫຍດ, ສ້າງຊ່ອງທາງສົ່ງເສີມການຄ້າໃຫມ່, ສຳຄັນ ແລະ ມີອິດທິພົນຊື່ສຽງ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດດ້ວຍບົດບາດແມ່ນ “ປະເທດກິດຕິມະສັກ” ໃນການຈັດຕັ້ງຄັ້ງທຳອິດນີ້, ຫວຽດນາມ ໄດ້ມີກາລະໂອກາດສຳພັດ ແລະ ພົວພັນແລກປ່ຽນ, ເປີດກ້ວາງການຮ່ວມມືດຳເນີນທຸລະກິດກັບວິສາຫະກິດ, ນັກລົງທຶນຈີນ ແລະ ປະເທດອື່ນກ່ວາ 150.000 ແຫ່ງ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top