• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບປຸງກົດໝາຍວ່າດ້ວຍຫຼັກຊັບເພື່ອຫຼຸດຜ່ອນລະບຽບການບໍລິຫານ, ພັດທະນາຕະຫຼາດທຶນ

ບັນດາຄຳເຫັນໄດ້ເຫັນດີໂດຍພື້ນຖານກ່ຽວກັບຄວາມຈຳເປັນຕ້ອງປະກາດໃຊ້ກົດໝາຍ ເພື່ອແນໃສ່ພັດທະນາຕະຫຼາດທຶນ, ຫຼຸດຜ່ອນລະບຽບການບໍລິຫານ, ຊຸກຍູ້ນະວັດຕະກຳ ແລະ ການຫັນເປັນດີຈີຕອນ
  ທີ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 (ພາບ: VNA)  

ຕອນເຊົ້າວັນທີ 28 ຕຸລາ, ທີ່ຮ່າໂນ້ຍ, ໂດຍສືບຕໍ່ລາຍການກອງປະຊຸມສະ​ໄໝ​ສາ​ມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດ​ນ​າມ ຊຸດທີ 16, ພາຍໃຕ້ການ​ເປັນ​ປະ​ທານຂອງ ທ່ານ ເຈິ່ນແທງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດ​ນາມ ແລະ ການ​ບໍ​ລິ​ຫານ​ຂອງ​ ທ່ານ​ນາງ ຫງວຽນທິຮົ່ງ, ຮອງປະທານສະພາແຫ່ງຊາດ, ບັນດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດໄດ້ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບຮ່າງກົດ​ໝາຍ​ສະບັບປັບ​ປຸງ, ເພີ່​ມ​ເຕີມ​ມາດ​ຕາ​ຈຳ​ນວນ​ໜຶ່ງກົດໝາຍວ່າດ້ວຍຫຼັກຊັບ.

​ບັນ​ດາ​ຄຳ​ເຫັນໄດ້ເຫັນດີ​ໂດຍ​ພື້ນ​ຖານ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ປະ​ກາດ​ໃຊ້ກົດ​ໝາຍ ເພື່ອ​ແນ​ໃສ່ພັດທະນາຕະຫຼາດທຶນ, ຫຼຸດຜ່ອນລະ​ບຽບ​ການ​ບໍ​ລິ​ຫານ, ​ຊຸກ​ຍູ້ນະ​ວັດ​ຕະ​ກຳ ແລະ ການຫັນ​ເປັນດີຈີຕອນ; ຮັບປະກັນຄວາມປອດໄພຂອງຕະຫຼາດ ແລະ ປົກປ້ອງສິດ, ຜົນປະໂຫຍດອັນ​​ຖືກ​ຕາມກົດໝາຍຂອງນັກລົງທຶນ. ທ່ານ ເຈິ່ນແ​ອັງຕ໋ວນ, ​ສະ​ມາ​ຊິກສະພາແຫ່ງຊາດ ນະຄອນ ໂຮ່ຈິມິນ, ປະ​ກອບ​ຄຳເຫັນວ່າ:

"ກົດໝາຍປັດຈຸບັນຮຽກຮ້ອງໃຫ້ທະນາຄານຜູ້ຮັກສາຊັບສິນຕ້ອງຕອບສະໜອງອັດຕາສ່ວນຄວາມປອດ​ໄພ​ດ້ານທຶນຂັ້ນຕ່ຳ​ສຸດ, ​ດຳ​ເນີນ​ທຸ​ລະ​ກິດ​ມີກຳໄລໃນປີ​ໃກ້​ສຸດ, ມີສະຖານທີ່ ແລະ ອຸປະກອນເພື່ອ​ຮັບ​ໃຊ້​ການຮັກສາຊັບສິນ. ຮ່າງກົດໝາຍ​ໃນ ປັດຈຸບັນໄດ້ຍົກເລີກສາມເງື່ອນໄຂທັງນີ້. ຂ້າພະເຈົ້າເຫັນດີກັບການຍົກເລີກ​ເງື່ອນ​ໄຂນີ້, ເພາະມັນ​ແມ່ນ​ການຫຼຸດຜ່ອນໃບອະນຸຍາດ ແລະ ​ຫັນ​ລະ​ບຽບ​ການ​ບໍ​ລິ​ຫານ​ໃຫ້ງາຍ​ດ່າຍ".

ບັນດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຍັງສະເໜີເພີ່ມ​ເຕີມມາດຕາຈຳນວນໜຶ່ງ, ຢືນຢັນວ່າ ລັດມີ​ນະໂຍບາຍ ແລະ ມາດຕະການທີ່ເໝາະສົມເພື່ອປົກປ້ອງບັນ​ດາສິດ, ຜົນ​ປະ​ໂຫຍດອັນ​ຊອບ​ທຳຂອງນັກລົງທຶນໃນຕະຫຼາດຫຼັກຊັບ.

(ແຫຼ່ງຄັດຈາກ VOV)

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ.

Top