• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ລິ​ມານ​​ນໍ​າ​ໃຊ້​ອາຍ​ແກັດ​ໃນ 4 ເດືອນ​ຜ່ານ​ມາ​ຂອງ ອີ​ຢູ ຫຼຸດ​ລົງ​ກວ່າ 20%

ປະລິມານນໍາໃຊ້ອາຍແກັດໃນ 4 ເດືອນຜ່ານມາຂອງ ອີຢູ ໄດ້ຫຼຸດລົງກວ່າ 20,1% ໃນໄລຍະແຕ່ເດືອນ ສິງຫາ ຫາເດືອນ ພະຈິກ 2022, ເມື່ອທຽບໃສ່ປະລິມານສະເລ່ຍທີ່ໄດ້ນຳໃຊ້ໃນໄລຍະດຽວກັນຂອງປີ 2017 – 2021.
  ທໍ່ສົ່ງນ້ຳມັນອາຍແກັດ ຢູ່ ເຢຍລະມັນ (ພາບ: AFP/TTXVN)  

ປະລິມານນໍາໃຊ້ອາຍແກັດໃນ 4 ເດືອນຜ່ານມາຂອງ ອີຢູ  ໄດ້ຫຼຸດລົງກວ່າ 20,1% ໃນໄລຍະແຕ່ເດືອນ ສິງຫາ ຫາເດືອນ ພະຈິກ 2022, ເມື່ອທຽບໃສ່ປະລິມານສະເລ່ຍທີ່ໄດ້ນຳໃຊ້ໃນໄລຍະດຽວກັນຂອງປີ 2017 – 2021, ໃນນັ້ນ, ແຟງລັງ, ເລັດເວຍ ແລະ ລິດວາ ໄດ້ຮັບຮູ້ວ່າແມ່ນບັນດາປະເທດທີ່ມີປະລິມານຫຼຸດລົງຫຼາຍທີ່ສຸດ. ນີ້ກໍແມ່ນຂໍ້ມູນໂດຍຫ້ອງການສະຖິຕິຂອງ ສະຫະພາບເອີຣົບ ປະກາດໃນວັນທີ 21 ທັນວາ.

ກ່ອນໜ້ານັ້ນ, ອີຢູ ໄດ້ຕັ້ງເປົ້າໝາຍຫຼຸດປະລິມານອາຍແກັດທີ່ນຳໃຊ້ໃນໄລຍະແຕ່ເດືອນ ສິງຫາ 2022 ຫາເດືອນ ມີນາ 2023 ລົງ 15% ເມື່ອທຽບໃສ່ໄລຍະດຽວກັນຂອງ 5 ປີ ກ່ອນ. ນີ້ກໍແມ່ນສ່ວນໜຶ່ງຂອງອີຢູໃນແຜນການ REPowerEU ເພື່ອແນໃສ່ຢຸດຕິການເອື່ອຍອີງໃສ່ເຊື້ອເພີງຟອດຊິວຂອງ ລັດເຊຍ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top