ຕອນບ່າຍວັນທີ 20 ຕຸລາ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ໃນການພົບປະເຈລະຈາສອງຝ່າຍ ທີ່ໄດ້ດຳເນີນພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ Kover Laszlo ປະທານສະພາແຫ່ງຊາດ ຮຸງກາຣີ ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງສຸດ, ລະຫວ່າງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ພົບປະແລກປ່ຽນປະຊາຊົນ; ເຮັດໃຫ້ການຮ່ວມມືໃນຂົງເຂດຄື ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ຊັບພະຍາກອນສິ່ງແວດລ້ອມ, ສາທາລະນະສຸກ, ວັດທະນະທຳ ແລະ ການທ່ອງທ່ຽວ… ເລິກເຊິ່ງກວ່າເກົ່າ. ການນຳສອງທ່ານເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະການນຳຂັ້ນສູງສະພາແຫ່ງຊາດ, ບັນດາຄະນະກຳມະການວິຊາສະເພາະ ແລະ ກຸ່ມສະມາຊິກລັດຖະສະພາເພື່ອແລກປ່ຽນ ແລະ ແບ່ງປັນຂໍ້ມູນ, ປະສົບການໃນຂົງເຂດເຄື່ອນໄຫວລັດຖະສະພາ; ຮ່ວມມືໃນການຕິດຕາມກວດກາ, ກະຕຸກຊຸກຍູ້ ແລະ ໜູນຊ່ວຍລັດຖະບານປະຕິບັດຂໍ້ຕົກລົງ , ຄຳໝັ້ນສັນຍາຂັ້ນສູງຢ່າງມີປະສິດທິຜົນ; ຍູ້ແຮງການສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນໃນບັນດາເວທີປາໄສລັດຖະສະພາໃນພາກພື້ນ ແລະ ໃນໂລກ.
ໃນການພົບປະເຈລະຈາ, ສອງຝ່າຍໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ສິດເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).
ພາຍຫຼັງການພົບປະສອງຝ່າຍ, ທ່ານ Kover Laszlo ປະທານສະພາແຫ່ງຊາດ ຮຸງກາຣີ ແລະ ຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ເປັນປະທານງານລ້ຽງຕ້ອນຮັບທ່ານປະທານສະພາແຫ່ງຊາດ ຮຸງກາຣີພ້ອມຄະນະ.