ຂ່າວສານ
ປະທານາທິບໍດີ ອາເມລິກາ Donald Trump: ຫຼາຍປະເທດ ອາດຈະຈັດສົ່ງກ່ຳປັ່ນສູ້ຮົບໄປຍັງເຂດຊ່ອງແຄບທະເລ Hormuz
ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ Truth Social, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຖືວ່າ ບັນດາປະເທດຖືກຜົນກະທົບຈາກຄວາມມານະພະຍາຍາມຂອງ ອີຣານ ເພື່ອແນໃສ່ປິດປະຕູຊ່ອງແຄບທະເລ Hormuz ຈະສົມທົບກັບ ວໍຊິງຕັນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ເສັ້ນທາງຂົນສົ່ງທາງທະເລນີ້. ການສົມທົບຈະໄດ້ປະຕິບັດດ້ວຍເລື່ອງບັນດາປະເທດ ຈະສົ່ງກ່ຳປັ່ນສູ້ຮົບໄປຍັງເຂດດັ່ງກ່າວ ເພື່ອຮັກສາໃຫ້ຊ່ອງແຄບທະເລ Hormuz ໄດ້ຮັບການຈະລາຈອນຢ່າງລຸລ່ວງ.
ທ່ານປະທານາທິບໍດີ Donald Trump ຫວັງວ່າ ປະເທດຈຳນວນໜຶ່ງຄື: ຈີນ, ຝລັ່ງ, ຍີ່ປຸ່ນ, ສ.ເກົາຫຼີ, ອັງກິດ ແລະ ບາງປະເທດອື່ນ ຈະຈັດສົ່ງກ່ຳປັ່ນໄປຍັງເຂດດັ່ງກ່າວ. ເຖິງຢ່າງໃດກໍຕາມ, ທຳນຽບຂາວ ຍັງບໍ່ທັນໄດ້ຍົກອອກປະຕິກິລິຍາໃດຕໍ່ເລື່ອງ ຈະມີປະເທດໃດແດ່ ທີ່ຕົກລົງເຫັນດີຈັດສົ່ງກ່ຳປັ່ນສູ້ຮົບໄປຍັງເຂດດັ່ງກ່າວຢ່າງເປັນທາງການຫຼືບໍ?








