• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ອາ​ມາ​ລິ​ກາ ກ່າວ​ເຕືອນ​ບັນ​ດາຄູ່ຮ່ວມ​ມື​ດ້ານ​ການ​ຄ້າ ພາຍຫຼັງ​ ​ສານ​ສູງ​ສຸດອອກຄຳ​ຕັດ​ສິນ​

ສະພາແຫ່ງຊາດ ຍາກທີ່ຈະຮັບຮອງເອົາບໍ່ວ່າຮ່າງກົດໝາຍສະບັບໃດ ເພື່ອເຮັດໃຫ້ລາຍການພາສີອາກອນຂອງ ປະທານາທິບໍດີ Donald Trump ຖືກຕ້ອງຕາມກົດໝາຍ.
ທ່ານປະທານາທິບໍດີ Donald Trump (ພາບ: REUTERS/Carlos Barria)

ໃນບົດຂຽນທີ່ລົງທາງສື່ສັງຄົມ Truth Social,  ວັນທີ 23 ກຸມພາ, ທ່ານ Donald Trump, ປະທານາທິບໍດີ ອາມາລິກາ ກ່າວເຕືອນວ່າ ບໍ່ວ່າປະເທດໃດຊອກຫາວິທີຄັດຄ້ານ ພາຍຫຼັງສານສູງສຸດ ອອກຄຳຕັດສິນສຳຄັນກ່ຽວກັບພາສີອາກອນ ຈະຕ້ອງປະເຊີນໜ້າກັບອັດຕາພາສີສູງກ່ວາ. ກ່ອນໜ້ານັ້ນ, ຄຳຕັດສິນຂອງສານສູງສຸດ ອາເມລິກາ ຖືວ່າ: ບັນດາອັດຕາພາສີທີ່ທ່ານ Trump ຈັດວາງເມື່ອປີ 2025 ໂດຍອີງຕາມກົດໝາຍວ່າດ້ວຍສະພາການສຸກເສີນແຫ່ງຊາດ ແມ່ນຜິດກົດໝາຍ. ຄຳຖະແຫຼງແຂງກະດ້າງຂອງທ່ານ Trump ໄດ້ຍົກອອກມາ ໃນສະພາບການທີ່ທຳນຽບຂາວ ພວມຊອກຫາບັນດາພື້ນຖານດ້ານນິຕິກຳອື່ນ ເພື່ອສືບຕໍ່ຮັກສາຫຼືເພີ່ມກຳລັງດັນດ້ານການຄ້າ, ໂດຍບໍ່ຫົວຊາຕໍ່ສິ່ງຈຳກັດຊື່ງຄຳຕັດສິນດັ່ງກ່າວໄດ້ວາງອອກ. ໃນເວລາລໍຖ້າ, ອຳນາດການປົກຄອງຂອງປະທານາທິບໍດີ Donald Trump ໄດ້ຈັດວາງອັດຕາພາສີໂດຍຊົ່ວຄາວແມ່ນ 15% ສຳລັບສິນຄ້ານຳເຂົ້າ ອາເມລິກາ ແລະ ມີຜົນບັງຄັບໃຊ້ໃນເວລາ 150 ວັນ.

   ໃນຂະນະຂັ້ນ, ທ່ານ Mike Johnson  ປະທານສະພາຕ່ຳ ອາເມລິກາ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ຍາກທີ່ຈະຮັບຮອງເອົາບໍ່ວ່າຮ່າງກົດໝາຍສະບັບໃດ ເພື່ອເຮັດໃຫ້ລາຍການພາສີອາກອນຂອງ ປະທານາທິບໍດີ Donald Trump ຖືກຕ້ອງຕາມກົດໝາຍ. ທ່ານ Mike Johnson ຊີ້ແຈ້ງວ່າ ເລື່ອງຊອກຫາຄວາມເຫັນດີເຫັນພ້ອມໃນສະພາແຫ່ງຊາດ ກ່ຽວກັບບໍ່ວ່າທິດເດີນຕໍ່ໄປໃດໆ ຂອງບັນຫາພາສີອາກອນ ຈະແມ່ນສິ່ງທ້າທາຍ ແລະ ສະແດງຄວາມສົງໃສຕໍ່ຄວາມສາມາດນຳບັນຫາພາສີອາກອນເຂົ້າຮ່າງກົດໝາຍສະບັບໜຶ່ງຕາມຂັນຕອນການປັບປຸງງົບປະມານຄືດັ່ງແນວຄວາມຄິດຂອງສະມາຊິດລັດຖະສະພາພັກສາທາລະນະລັດຈຳນວນໜຶ່ງ.

(ແຫຼ່ງຄັດຈາກ VOV)

ດ່າ​ໜັງ ຈັດຫຼາຍ​ເຫດ​ການ, ງານ​ບຸນ​ໃນ​ໂອ​ກາດ​ພັກ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ, ວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ດ່າ​ໜັງ ຈັດຫຼາຍ​ເຫດ​ການ, ງານ​ບຸນ​ໃນ​ໂອ​ກາດ​ພັກ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ, ວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ນັບ​ແຕ່​ນີ້​ຮອດ​ໂອ​ກາດ​ພັກ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ ຮຸ່ງ (ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ ຫວຽດ​ນາມ ເປັນ​ເອ​ກະ​ພາບ (ວັນ​ທີ 30 ເມ​ສາ) ແລະ ວັນ​ກຳ​ມະ​ກອນ​ສາ​ກົນ (ວັນ​ທີ01 ພຶດ​ສະ​ພາ), ຢູ່​ນະ​ຄອນ ດ່າ​ໜັງ ໄດ້​ດຳ​ເນີນ​ປະ​ມານ 15 ເຫດ​ການ, ງານ​ບຸນ​ທີ່​ເປັນ​ເອ​ກະ​ລັກ, ກ້າວ​ເຂົ້າ​ສູ່​ລະ​ດູ​ທ່ອງ​ທ່ຽວ​ທີ່​ຄຶກ​ຄື້ນ.

Top