• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ຝາກ​ຈົດ​ໝາຍ​ຂອບ​ໃຈ​ປະ​ທານ​ປະ​ເທດ ​ຫງວຽດ​ນາມ ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ

ຫວ່າງແລ້ວນີ້,  ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ຝາກຈົດໝາຍຂອບໃຈປະທານປະເທດຫງວຽນຊວັນຝຸກ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ກ່ຽວກັບດິນຟ້າອາກາດ ຈັດຂຶ້ນເມື່ອທ້າຍເດືອນເມສາຜ່ານມາ.

 ຫວ່າງແລ້ວນີ້,  ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ຝາກຈົດໝາຍຂອບໃຈປະທານປະເທດຫງວຽນຊວັນຝຸກ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ກ່ຽວກັບດິນຟ້າອາກາດ ຈັດຂຶ້ນເມື່ອທ້າຍເດືອນເມສາຜ່ານມາ ແລະ ສະແດງຄວາມປາດຖະໜາວ່າ ສອງປະເທດຫວຽດນາມ ແລະ ອາເມລິກາ ຈະເພີ່ມທະວີການຮ່ວມມືໃນການຮັບມືກັບບັນຫາປ່ຽນແປງຂອງດິນຟ້າອາກາດ.

   ໃນຈົດໝາຍ, ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງທ່ານປະທານປະເທດຫງວຽນຊວັນຝຸກ ເຂົ້າໃນຜົນສຳເລັດຂອງກອງປະຊຸມສຸດຍອດ, ພິເສດແມ່ນບົດປະກອບຄຳເຫັນເລິກເຊິ່ງ ຂອງທ່ານປະທານປະເທດ ກ່ຽວກັບບັນດາຜົນປະໂຫຍດດ້ານເສດຖະກິດ ຂອງການກະທຳດິນຟ້າອາກາດ ແລະ ຄວາມສຳຄັນຂອງການຮັບປະກັນວ່າ ທຸກປະເທດຈະມີການກະທຳ. ທ່ານປະທານາທິບໍດີອາເມລິກາ Joe Biden ກໍ່ປາດຖະໜາຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ເພີ່ມທະວີການຮ່ວມມືກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top