• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ອົງ​ການໄອ​ຍະ​ການ​ສູງ​ສຸດ ມາ​ເລ​ເຊຍ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ໄອ​ຍະ​ການ​ສູງ​ສຸດ ຫວຽດ​ນາມ ແລະ ​ອົງ​ການ​ໄອ​ຍະ​ການ​ສູງ​ສຸດ ມາ​ເລ​ເຊຍ​
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ (ພາບ: VNA)

ຕອນ​ເຊົ້າ​ວັນ​ທີ 7 ກໍ​ລະ​ກົດ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Tan Sri Mohd Dusuki Mokhtar ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ສູງ​ສຸດ ມາ​ເລ​ເຊຍ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ແລະ ເຮັດ​ວຽກ​ກັບ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ໄອ​ຍະ​ການ​ສູງ​ສຸດ ຫວຽດ​ນາມ ແລະ ​ອົງ​ການ​ໄອ​ຍະ​ການ​ສູງ​ສຸດ ມາ​ເລ​ເຊຍ​ໃນ​ການ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ການ​ປົກ​ປ້ອງ​ຄວາມ​ຍຸ​ຕິ​ທຳ ແລະ ສິດ​ທິ​ພົນ​ລະ​ເມືອງ; ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ.

ສ່ວນ​ທ່ານ Tan Sri Mohd Dusuki Mokhtar ຢັ້ງ​ຢືນວ່າ ມ​າ​ເລ​ເຊຍ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ແລະ ຮ່ວມ​ເດີນ​ທາງ​ກັບ ຫວຽດ​ນາມ ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ປະ​ໂຫຍດ​ລວມ, ພິ​ເສດ​ແມ່ນ​ໃນ​ການ​ຮ່ວມ​ມື​ດ້ານ​ກົດ​ໝາຍ ແລະ ຍຸ​ຕິ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ, ທ່າ​ນ​ເນັ້ນ​ໜັກ​ວ່າ ມາ​ເລ​ເຊຍ ຍາມ​ໃດ​ກໍ່​ຕີ​ລາ​ຄາ​ສູງ​ບົດ​ບາດ​ສຳ​ຄັນ​ຂອງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ສາ​ທາ​ລະ​ນະ ແລະ ເພີ່ມ​ທະ​ວີ​ພື້ນ​ຖານ​ເຄົາ​ລົບ​ນັບ​ຖື​ກົດ​ໝາຍ​.

(ແຫຼ໋ງຄັດຈາກ VOV)

ມີ​ຜູ້​ແທນ 120 ທ່ານ​ມາ​ຈາກ 11 ປະ​ເທດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ອາ​ຊຽນ - ຄັ້ງ​ທີ 13 ຢູ່​ດ່າ​ນັ້ງ

ມີ​ຜູ້​ແທນ 120 ທ່ານ​ມາ​ຈາກ 11 ປະ​ເທດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ອາ​ຊຽນ - ຄັ້ງ​ທີ 13 ຢູ່​ດ່າ​ນັ້ງ

ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ມີ​ຜູ້​ແທນ ປະ​ມານ 120 ທ່ານ​ມາ​ຈາກ 11 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ຄະ​ນະ​ເລ​ຂາ​ ອາ​ຊຽນ, ຈີນ, ຍີ່​ປຸ່ນ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ.

Top