• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ: ບັນ​ດາ​ຜົນ​ງານ​ສື່ມວນ​ຊົນ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ພື້ນ​ຖານ​ແນວ​ຄິດ​ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ

ທີ່ພິທີ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າຄະນະຊີ້ນຳການແຂ່ງຂັນຊີງລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ, ກໍ່ໄດ້ປຸກລະດົມການແຂ່ງຂັນຊີງລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ - ລາງວັນ ຄ້ອນຕີກ່ຽວຄຳຄັ້ງທີ VIII
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ ກ່າວຄຳເຫັນທີ່ພິທີ  

ຕອນຄ່ຳວັນທີ 3 ກຸມພາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກທີ່ມີຊື່ ວ່າຄ້ອນຕີ, ກ່ຽວຄຳຄັ້ງທີ VII. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັກວ່າ: ພຶດຕິກຳຕົວຈິງທີ່ອຸດົມສົມບູນ ແລະ ມີຊີວິດຊີວາຂອງປະເທດຊາດ ພ້ອມກັບບັນດາໝາກຜົນສຳຄັນໃນວຽກນາມກໍ່ສ້າງ, ປັບປຸງພັກໃນໄລຍະຜ່ານມາ ແມ່ນສິ່ງອັນລ້ຳຄ່າ, ເປັນແຫຼ່ງບັນດານໃຈອັນໃຫຍ່ຫຼວງເພື່ອໃຫ້ຜູ້ເຮັດວຽກງານສື່ມວນຊົນປະດິດແຕ່ງບັນດາຜົນງານທີ່ມີຄຸນນະພາບກ່ຽວກັບຫົວຂໍ້ ກໍ່ສ້າງພັກ. ທ່ານປະທານສະພາແຫ່ງຊາດ ຖືວ່າ:

ສື່ມວນຊົນ ຫວຽດນາມສືບຕໍ່ຄົ້ນຫາ, ປະດິດແຕ່ງບັນດາຜົນງານທີ່ດີເດັ່ນ, ປະກອບສ່ວນກຳນົດທິດດ້ານການເມືອງ, ແນວຄິດ, ສະຫຼຸບ ແລະ ເຜີຍແຜ່ບັນດາບົດຮຽນປະສົບການທີ່ດີ ຢ່າງທັນການ, ຍ້ອງຍໍສັນລະເສີນເຊີດຊູ ແລະ ແຜ່ຂະຫຍາຍ, ທະວີຄູນບັນດາປັດໄຈໃໝ່ອ່ຽມ ແລະ ເປັນແບບຢ່າງທີ່ດີ, ກ້າວໜ້າ; ເພີ່ມທະວີການປົກປ້ອງພື້ນຖານແນວຄິດຂອງພັກ, ເດັດດ່ຽວຕໍ່ສູ້ປະຕິເສດທັດສະນະທີ່ຜິດພາດ, ເປັນປໍລະປັກ, ຕັ້ງໜ້າຕໍ່ສູ້ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ການຟຸມເຟືອຍ.

ທີ່ພິທີ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າຄະນະຊີ້ນຳການແຂ່ງຂັນຊີງລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ, ກໍ່ໄດ້ປຸກລະດົມການແຂ່ງຂັນຊີງລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ - ລາງວັນ ຄ້ອນຕີກ່ຽວຄຳຄັ້ງທີ VIII ປີ 2023.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top