• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ: ກໍ່​ສ້າງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຍຸ​ຕິ​ທຳ, ມີ​ຄຸນ​ນະ​ພາບ​

"ເປົ້າໝາຍແມ່ນສ້າງພື້ນຖານສາທາລະນະສຸກຍຸຕິທຳ, ມີຄຸນນະພາບ, ມີປະສິດທິຜົນ, ມຸ່ງໄປເຖິງການປະຕິບັດນະໂຍບາຍເບິ່ງແຍງດູແລສຸຂະພາບທົ່ວປວງຊົນ ແລະ ສາທາລະນະສຸກທົ່ວປວງຊົນຢ່າງທົ່ວເຖິງ”.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢ້ຽມຢາມ ແລະ ເຮັດວຽກຢູ່ກະຊວງສາທາລະນະສຸກ

ຕອນເຊົ້າວັນທີ 20 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ກະຊວງສາທາລະນະສຸກ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ໄດ້ຮັບຮູ້, ຕີລາຄາສູງບັນດາໝາກຜົນເຊິ່ງຂະແໜງສາທາລະນະສຸກບັນລຸໄດ້ໃນໄລຍະຜ່ານມາ, ອັນໄດ້ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນນັ້ນ, ຂະແໜງສາທາລະນະສຸກ ໄດ້ຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດ ໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວວ່າ:      

“ຂະແໜງສາທາລະນະສຸກສືບຕໍ່ເຊື່ອມຊຶມກ່ຽວກັບບົດບາດ, ຄວາມໝາຍຂອງຂະແໜງສາທາລະນະສຸກ, ຄຳສັ່ງສອນຂອງປະທານ ໂຮ່ຈີມິນທີ່ວ່າ: ແພດໝໍຄືດັ່ງຜູ້ເປັນແມ່”; ນ້ຳໃຈມະຕິສະບັບຕ່າງໆຂອງພັກ ກ່ຽວກັບຂະແໜງສາທາລະນະສຸກຢ່າງຄົບຖ້ວນ, ສຸມໃສ່ມະຕິເລກທີ 20 ຂອງສູນກາງພັກ, ກຳນົດການສ້າງພື້ນຖານແພດສາດ ຫວຽດນາມ ວິທະຍາສາດ, ພື້ນເມືອງ ແລະ ມະຫາຊົນ. ເປົ້າໝາຍແມ່ນສ້າງພື້ນຖານສາທາລະນະສຸກຍຸຕິທຳ, ມີຄຸນນະພາບ, ມີປະສິດທິຜົນ, ມຸ່ງໄປເຖິງການປະຕິບັດນະໂຍບາຍເບິ່ງແຍງດູແລສຸຂະພາບທົ່ວປວງຊົນ ແລະ ສາທາລະນະສຸກທົ່ວປວງຊົນຢ່າງທົ່ວເຖິງ.”.      

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສະເໜີໃຫ້ກະຊວງສທາລະນະສຸກ ຫວຽດນາມ ຕ້ອງສືບຕໍ່ຮັບຜິດຊອບຜັນຂະຫຍາຍ, ປັບປຸງໃຫ້ສົມບູນແບບ ແລະ ເປັນເສນາທິການໃຫ້ລັດຖະບານ ຍື່ນສະເໜີຕໍ່ສະພາແຫ່ງຊາດກ່ຽວກັບ ກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຢາ, ກົດໝາຍສະບັບປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍປະກັນສຸຂະພາບໃນປີນີ້.

(ແຫຼ່ງຄັດຈາກ VOV)

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ຈັດ​ຕັ້ງ​ພິ​ທີ​ໄຫ້​ວ​ອາໄລ ແລະ ບົ່ງອັດ​ຖິ 9 ຊຸດ​ທີ່​ເປັນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ລາວ​ໃນ​ສະ​ໄໝ​ສົງ​ຄາມ

ທ່ານ​ເຈິ່ນ​ເກ​ິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາ​ງ​ພັກ ແລະ ບັນ​ດາ​ຜູ້​ແທນ​ໄດ້​ຖະ​ຫວາຍ​ດອກ​ໄມ້, ຈຸດ​ທູດ​ທຽນ ແລະ ໄຫວ້​ອາ​ໄວ​ຕໍ່​ວິນ​ຍານ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ.

Top