• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 1, ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ

ວາລະປະຊຸມຄັ້ງທີ 1 ຂອງສະພາເລືອກຕັ້ງແຫ່ງຊາດ ໄດ້ດຳເນີນໃນຕອນເຊົ້າວັນທີ 9 ກໍລະກົດ ທີ່ຫໍສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ປະທານສະພາເລືອກຕັ້ງແຫ່ງຊາດ ເປັນປະທານກອງປະຊຸມ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເປັນປະທານກອງປະຊຸມ

ເມື່ອກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເນັ້ນໜັກວ່າ, ນີ້ແມ່ນກອງປະຊຸມທຳອິດ, ເພື່ອກຳນົດທິດວຽກງານການດຳເນີນການເລືອກຕັ້ງຢ່າງຮອບດ້ານ, ລຸລ່ວງ. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີວ່າ.

        “ຕ້ອງເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ກ່ອນດໍາເນີນ, ໃນເວລາດຳເນີນ ແລະ ຫຼັງການດຳເນີນການເລືອກຕັ້ງ, ໂດຍສະເພາະແມ່ນໂຄສະນາກ່ຽວກັບຄວາມຮັບຮູ້ຂອງປະຊາຊົນກ່ຽວກັບສິດ ແລະ ພັນທະຂອງພົນລະເມືອງໃນການເລືອກຕັ້ງ, ໂຄສະນາທັງຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາອົງການເຈົ້າໜ້າທີ່ຕ້ອງເປັນເຈົ້າການຕໍ່ສູ້, ປົກປັກຮັກສາສະພາບແວດລ້ອມຂໍ້ມູນຂ່າວສານທີ່ປອດໃສ, ໂດຍສະເພາະແມ່ນໃນສື່ສັງຄົມອອນໄລ. ວຽກງານບຸກຄະລາກອນ ຕ້ອງປະຕິບັດຢ່າງແໜ້ນແຟ້ນ, ພາວະວິໄສ, ຖືກຕ້ອງຕາມມາດຕະຖານ, ຮັບປະກັນໂຄງປະກອບ, ອັດຕາຕາງໜ້າໃຫ້ເໝາະສົມ”.

        ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ຜູ້ແທນສະພາປະຊາຊົນອາຍຸການ  2025 – 2031 ຈະດຳເນີນໃນວັນທີ 15 ມີນາ 2026.

(ແຫຼ່ງຄັດຈາກ VOV)

ກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ APEC ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ 2026 ຈະ​ດຳ​ເນີນ​ຢູ່ ເຈິ້ງ​ຢູ, ຈີນ

ກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ APEC ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ 2026 ຈະ​ດຳ​ເນີນ​ຢູ່ ເຈິ້ງ​ຢູ, ຈີນ

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແລະ ປັ​ນ​ຍາ​ປະ​ດິດ​ປີ 2026 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກໍ​ລະ​ກົດ​ຢູ່ ເຈິ້ງ​ຢູ, ແຂວງ ຊື້​ຈວນ, ຈີນ.

Top