• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ອີ​ຕາ​ລີ ແລະ ຕວັກ​ກີ ຢ່າງ​ຈົບ​ງາມ

ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ, ກາ​ນ​ປະ​ຕິ​ບັດ​ງານ ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງຫຼາຍ​ຝ່າຍ, ສະ​ແດງ​ໃຫ້​ເຫັນວ່າ ຫວຽດ​ນາມ ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ.
  ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່​ນ​ແທັງ​ເໝິນ ແລະ ພັນ​ລະ​ຍາ ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ ຢູ່ ອີ​ຕາ​ລີ ແລະ ຕວັກ​ກີ ຢ່າງ​ຈົບ​ງາມ (ພາບ: daibieunhandan.vn)  

ຕອນ​ຄ່ຳ​ວັນ​ທີ 18 ເມ​ສາ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພ້ອມ​ດ້ວຍ​ພັນ​ລະ​ຍາ ທ່ານ​ນາງ ຫງວຽນ​ທິ​ແທັງ​ງາ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ມາຮອດ​ສະ​ໜາມ​ບິນ​ ໂນ້ຍ​ບາຍ, ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ລັດ​ຖະ​ສະ​ພາ​ສາ​ກົນ ຄັ້ງ​ທີ 152 (IPU) ຢູ່ Istanbul ປະ​ເທດ ຕວັກ​ກີ, ດຳ​ເນີນ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຈຳ​ນວນ​ໜຶ່ງ​ຢູ່ ຕວັກ​ກີ ແລະ ຢ້ຽມ​ຢາມ ສ. ອີ​ຕາ​ລີ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 11 ເມ​ສາ - 17 ເມ​ສາ 2026 ຢ່າງ​ຈົບ​ງາມ.

ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ, ກາ​ນ​ປະ​ຕິ​ບັດ​ງານ ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງຫຼາຍ​ຝ່າຍ, ສະ​ແດງ​ໃຫ້​ເຫັນວ່າ ຫວຽດ​ນາມ ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ.

ຜ່ານ​ການ​ຢ້ຽມ​ຢາມ​ສອງ​ປະ​ເທດ, ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ສ້າງ​ກົດ​ໝາຍ​ໄດ້​ຮັບ​ການ​ຍູ້​ແຮງ​ນັບ​ທັງ​ດ້ານ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດ​ລັດ​ຖະ​ສະ​ພາ, ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ສ້າງ​ກຳ​ລັງ​ໜູນ​ໃໝ່ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ, ເຊັ່ນ: ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ສຶກ​ສາ - ບຳ​ລຸງ​ສ້າງ, ວັດ​ທະ​ນະ​ທຳ ແລະ ການ​ພົວ​ພັນ​ແລ​ກ່​ປຽນ​ປະ​ຊາ​ຊົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວັນ​ທີ 18 ພຶດ​ສະ​ພາ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີທີ່ Jerusalem, ທ່ານ ຫງວຽນ​ກີ່​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອັນ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ທ່ານ Isaac Herzog ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສ​ະ​ຣາ​ແອັນ, ເລີ່ມ​​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ລັດ ອິດ​ສະ​ຣາ​ແອັນ ຢ່າງ​ເປັນ​ທາງ​ການ.

Top