• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ວິ​ສາ​ຫະ​ກິດ ຫວຽດ​ນາມ - ໂອ​ຕາ​ລິດ

ຕອນເຊົ້າວັນທີ 6 ກັນຍາ (ຕາມເວລາ ທ້ອງຖິ່ນ), ຢູ່ຫ້ອງການການຄ້າ ໂອຕາລິດ, ນະຄອນຫຼວງ ວຽນ ໄດ້ດຳເນີນເວທີປາໄສວິສາຫະກິດ ຫວຽດນາມ - ໂອຕາລິດ ໂດຍສະຖານທູດ ຫວຽດນາມ, ກະຊວງແຜນການ ແລະ ການລົງທຶນ ແລະ ຫ້ອງການການຄ້າເສດຖະກິດ ໂອຕາລິດ ໄດ້ສົມທົບກັນຈັດຕັ້ງ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)

ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ປີ 2020, ພື້ນຖານເສດຖະກິດ ຫວຽດນາມ ບັນລຸລະດັບການເຕີບໂຕ 2,91%, ເຊິ່ງນອນໃນກຸ່ມພື້ນຖານເສດຖະກິດມີການເຕີບໂຕສູງສຸດໃນໂລກ. ຫວຽດນາມ ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 3 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍ GDP ກວ່າ 350 ຕື້ USD. ກອງທຶນເງິນຕາສາກົນ (IMF) ໄດ້ຄາດຄະເນວ່າ ລະດັບການເຕີບໂຄເສດຖະກິດ ຫວຽດນາມ ຈະບັນລຸ 6,5% ໃນປີ 2021, ສູງກວ່າລະດັບການເຕີບໂຕ 6% ໃນທົ່ວໂລກ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ:

          “ກ່ຽວກັບການລົງທຶນຕ່າງປະເທດ, ຫວຽດນາມ ມີແຜນນະໂຍບາຍດຶງດູດ ແລະ ຮ່ວມມືລົງທຶນຕ່າງປະເທດ ໂດຍມີການຄັດເລືອກ ບົນພື້ນຖານຖືຄຸນນະພາບ, ປະສິດທິຜົນ, ເຕັກໂນໂລຢີ ແລະ ການປົກປັກຮັກສາສິ່ງແວດລ້ອມ ແມ່ນມາດຕະຖານຕົ້ນຕໍເພື່ອຕີລາຄາ. ພ້ອມກັນນັ້ນ, ໃຫ້ບຸລິມະສິດດຶງດູດບັນດາໂຄງການຂຶ້ນກັບຂົງເຂດເຕັກໂນໂລຢີສູງ, ປ່ຽນແປງໃໝ່ປະດິດຄິດສ້າງ, ຄົ້ນຄວ້າພັດທະນາ; ມີການແຜ່ກະຈາຍ, ເຊື່ອມຕໍ່ຮ່ວມມື ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບມູນຄ່າ; ຊຸກຍູ້ເສດຖະກິດດີຈີຕອນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ແບບຍືນຍົງຂອງ ຫວຽດນາມ”.

          ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ ເພື່ອເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ໂອຕາລິດ ໃນໄລຍະຈະມາເຖິງໃຫ້ຫຼາຍກວ່າອີກ, ສອງປະເທດຕ້ອງສົ່ງເສີມ ແລະ ຊຸກຍູ້ການລົງທຶນ ແລະ ການຄ້າສອງສົ້ນ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ; ເພີ່ມທະວີການແລກປ່ຽນລະຫວ່າງວິສາຫະກິດນຳກັນ. ໂອຕາລິດ ອາດຈະກາຍເປັນຂົວຕໍ່ຊ່ວຍ ຫວຽດນາມ ແຊກຊຶມເຂົ້າກັບຕະຫຼາດສະຫະພາບເອີຣົບ (ອີຢູ) ແລະ ຫວຽດນາມ ຈະກາຍເປັນຂົວຕໍ່ ຊ່ວຍ ໂອຕາລິດ ແຊກຊຶມເຂົ້າຄກັບຕະຫຼາດທີ່ກວ້າງໃຫຍ່ ດ້ວຍປະຊາກອນກວ່າ 600 ລ້ານຄົນ ຄື ອາຊຽນ ແລະ ກວ່າ 800 ລ້ານຄົນຂະນະທີ່ ສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ເຊິ່ງ ຫວຽດນາມເປັນ ສະມາຊິກໄດ້ມີຜົນສັກສິດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍປາດຖະໜາວ່າ ວິສາຫະກິດ ໂອຕາລິດ ໃຫ້ຄວາມສະໜັບສະໜູນເພື່ອໃຫ້ ລັດຖະບານ ໂອຕາລິດ ໜູນຊ່ວຍການສະໜອງວັກຊິນກັນພະຍາດໂຄວິດ - 19, ອຸປະກອນການແພດ, ຊ່ວຍ ຫວຽດນາມ ປ້ອງກັນ ແລະ ຕ້ານໂລກລະບາດ.

          ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ມີການພົບປະກັບທ່ານປະທານສະຫະພັນ ລັດຖະສະພາສາກົນ (IPU) Duarta Pacheco. ທີ່ການພົບປະ, ສອງຝ່າຍພ້ອມດ້ວຍບັນດາສະມາຊິກ ໄດ້ເຫັນດີນຳກັນວ່າ ຕ້ອງຕັ້ງໜ້າສະເໜີ ແລະ ຊຸກຍູ້ບັນດາຂໍ້ລິເລີ່ມ ເພື່ອແນໃສ່ປ່ຽນແປງໃໝ່ການເຄື່ອນໄຫວຂອງ IPU, ໂດຍສະເພາະແມ່ນພັດທະນາການພົວພັນຄູ່ຮ່ວມມືລະຫວ່າງ IPU ກັບ ສປຊ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top