• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ ອຸດ​ສາ​ຫະ​ກຳ - ໂທ​ລະ​ຄົມ​ມະ​ນາ​ຄົມ ກອງ​ທັບ

ຕອນເຊົ້າວັນທີ 16 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມ ກອງທັບ (Viettel).

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມ ກອງທັບ (Viettel) (ພາບ: TTXVN) 

ຜ່ານການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວມາເປັນເວລາກ່ວາ 30 ປີ, Viettel ໄດ້ກາຍເປັນໜຶ່ງໃນບັນດາປາຍແຫຼມເສດຖະກິດ, ສົມທົບໜ້າທີ່ປ້ອງກັນຊາດ - ປ້ອງກັນຄວາມສະຫງົບກັບໜ້າທີ່ພັດທະນາເສດຖະກິດ - ສັງຄົມເປັນຢ່າງດີ, ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານ, ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ. Viettel ບັນລຸໄດ້ໝາກຜົນເປັນໜ້າຊື່ມຊົມພໍສົມຄວນ, ໄດ້ນອນໃນ Top  30 ບໍລິສັດໂທລະຄົມມະນາຄົມໃຫຍ່ທີ່ສຸດໃນໂລກ, ໄດ້ລົງທຶນອອກສູ່ 10 ປະເທດ, ລວມຈຳນວນປະຊາກອນທັງໝົດແມ່ນ 240 ລ້ານຄົນ, ຮັກສາທີ່ຕັ້ງບົດບາດເປັນບໍລິສັດ ໂທລະຄົມມະນາຄົມ ນ້ຳເບີ 1 ຢູ່ຫວຽດນາມ, ກາຍເປັນກຸ່ມບໍລິສັດອຸດສາຫະກຳ - ເຕັກໂນໂລຢີສູງຫວຽດນາມ;ເປັນວິສາຫະກິດທີ່ດຳເນີນທຸລະກິດຢ່າງມີປະສິດທິຜົນ. ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ Viettel ຄວນເພີ່ມທະວີບົດບາດນຳໜ້າ, ສ້າງການດຳລົງຊີວິດດີຈີຕອນ ແລະ ສັງຄົມດີຈີຕອນຢູ່ຫວຽດນາມ. Viettel ຕ້ອງປະຕິບັດບົດບາດເປັນວິສາຫະກິດນຳໜ້າເຕັກໂຍໂລຢີ. ປັດຈຸບັນ, Viettel ໄດ້ສ້າງພື້ນຖານໂຄງລ່າງດີຈີຕອນ, ບັນດາມາດຕະການສຳຄັນໃຫ້ແກ່ລັດຖະບານ, ສະພາແຫ່ງຊາດ, ກະຊວງ, ຂະແໜງການໃນບາງຂົງເຂດເສດຖະກິດ - ສັງຄົມທີ່ສຳຄັນ.

(ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

ກຸ່ມເຂດອະນຸສອນສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ, ກົນເຊີນ, ກຽບບາກ ນອນຢູ່ບັນດາແຂວງ ກວາງນິງ, ບັກນິງ ແລະ ນະຄອນ ຫາຍຟ່ອງ ດ້ວຍຖືເອົາສາສະໜາພຸດ ນິກາຍ ຈຸກເລີມ ເປັນແກ່ນສານ - ໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ XIII ໂດຍບັນດາເຈົ້າຊີວິດຂອງລາດຊະວົງ ເຈິ່ນ.

Top